ລັດຖະມົນຕີກະຊວງການຕ່າງປະເທດອີຣານຈະຢ້ຽມຢາມປາກິດສະຖານ

2024-01-23 11:53:01 CRI

   ວັນທີ 22 ມັງກອນນີ້, ກະຊວງການຕ່າງປະເທດປາກິດສະຖານໄດ້ອອກຖະແຫຼງຂ່າວວ່າ: ໂດຍຕອບສະຫນອງຕາມຄຳເຊີນຂອງລັດຖະມົນຕີກະຊວງການຕ່າງປະເທດປາກິດສະຖານ, ທ່ານໂຮເຊນ ອາເມຍ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານຈະເດີນທາງໄປຢ້ຽມຢາມປາກິດສະຖານໃນວັນທີ 29 ມັງກອນນີ້.



   ຖະແຫຼງຂ່າວຍັງລະບຸວ່າ: ກ່ອນວັນທີ 26 ມັງກອນນີ້, ເອກອັກຄະລັດຖະທູດປາກິດສະຖານປະຈຳອີຣານ ແລະ ເອກອັກຄະລັດຖະທູດອີຣານປະຈຳປະກິດສະຖານຕ່າງກໍ່ຈະກັບຄືນສູ່ຫນ້າທີ່ຕຳແຫນ່ງງານຂອງຕົນຕາມປົກກະຕິ.