ເຮັດແນວໃດຈຶ່ງສາມາດປະຕິບັດຍຸດທະສາດ “3820” ຢ່າງແຂງແຮງ? ຄຳຕອບກໍຄື: ຍຶດໝັ້ນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ

2024-01-23 15:12:28 cri

ໂຄງການຍຸດທະສາດ “3820” ໄດ້ວາງແຜນວາດອັນດີງາມໃຫ້ແກ່ການພັດທະນາຂອງນະຄອນຟູໂຈ່ວ, ໄດ້ກຳນົດໂຄງການລວມ ແລະ ທິດທາງຍຸດທະສາດລວມ. ຄວນເຮັດແນວໃດຈຶ່ງສາມາດຊຸກຍູ້ການປະຕິບັດໂຄງການຍຸດທະສາດດັ່ງກ່າວຢ່າງແຂງແຮງ? ທ່ານສີຈິ້ນຜິງ ໄດ້ສະເໜີແນວຄິດເຮັດວຽກທີ່ລົງເລິກການປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກ.

ເພື່ອຕອບສະໜອງໃຫ້ກັບຄວາມຮຽກຮ້ອງຕ້ອງການດ້ານການເປີດກວ້າງການເປີດປະຕູສູ່ພາຍນອກ, ທ່ານສີຈິ້ນຜິງ ໄດ້ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງສຳຄັນຢ່າງຮອບດ້ານໂດຍອີງຕາມການຈັດວາງຂອງໂຄງການຍຸດທະສາດ “3820”. ແຕ່ວ່າ, ພື້ນຖານໂຄງລ່າງເຫຼົ່ານີ້ໄດ້ສ້າງສຳເລັດແລ້ວ, ຍັງມີນັກທຸລະກິດຕ່າງປະເທດສ່ວນໜຶ່ງບໍ່ແນ່ໃຈຕໍ່ສະພາບແວດລ້ອມການລົງທຶນຍ້ອນເຫດຜົນວ່າເປັນຫ່ວງຕໍ່ນະໂຍບາຍດຶງດູດການລົງທຶນອາດຈະເກີດມີການປ່ຽນແປງ.

ສະນັ້ນ, ທ່ານສີຈິ້ນຜິງ ໄດ້ເນັ້ນໜັກວ່າ: “ພວກເຮົາຕ້ອງປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ແລະ ຕ້ອງເຮັດໃຫ້ສຳເລັດຜົນໄດ້.”

ນະຄອນຟູຊິງ ແຂວງຟູຈ້ຽນໄດ້ປະດິດສ້າງ “ການໃຫ້ການບໍລິການຜ່ານອາຄານດຽວຂອງລັດ”, ແລະ “ການບໍລິການຄົບວົງຈອນ” ເປັນຄັ້ງທຳອິດໃນທົ່ວປະເທດ, ເຊິ່ງໄດ້ປະຕິບັດກົນໄກບໍລິການຕ່າງໆເຊັ່ນ: ລະບຽບການວ່າດ້ວຍຄວາມຮັບຜິດຊອບຂອງພະນັກງານຕ້ອນຮັບແຂກທີ່ເຂົ້າມາໃຊ້ບໍລິການ”, “ເຮັດສຳເລັດຕາມເວລາທີ່ໄດ້ກຳນົດໄວ້” ແລະ ກົນໄກອື່ນໆ, ນອກນັ້ນຍັງໄດ້ປະດິດສ້າງຮູບແບບບໍລິການຕ່າງໆເຊັ່ນ: “ການບໍລິການຜ່ານປະຕູດຽວ”, ແລະ “ການບໍລິການສັງລວມ” ແລະອື່ນໆ.

    ມາຮອດປີ 2010, ເປົ້າໝາຍທີ່ກຳນົດໄວ້ໃນໂຄງການຍຸດທະສາດ “3820” ໄດ້ສຳເລັດປັນຢ່າງດີ. ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງນະຄອນຟູໂຈ່ວເມື່ອຈາກ 15 ຕື້ຢວນເມື່ອປີ 1992 ຂຶ້ນເປັນ 324 ຕື້ 265 ລ້ານຢວນເມື່ອປີ 2010, ໄດ້ເພີ່ມຂຶ້ນ 16% ສະເລ່ຍຕໍ່ປີ. ປັດຈຸບັນ, “ຄວາມກ້າຫານທີ່ກ້າເຮັດກ່ອນໝູ່, ແລະ ຈິດໃຈສູ້ຊົນແບບບຸກບືນປະດິດສ້າງ” ທີ່ນອນຢູ່ໃນໂຄງການຍຸດທະສາດ “3820” ໄດ້ເຊື່ອມໂຍງເຂົ້າໃນຂະບວນການພັດທະນາເສດຖະກິດສັງຄົມຂອງນະຄອນຟູໂຈ່ວແລ້ວ.