ແນວຄິດ “ຖືປະຊາຊົນເປັນໃຈກາງ” ໄດ້ຖືກສອດຫ້ອຍເຂົ້າໄປໃນໂຄງການຍຸດທະສາດ “3820” ຢ່າງສະເໝີຕົ້ນສະເໝີປາຍ

2024-01-23 15:53:59 cri

ເຮືອນຢູ່ແມ່ນບັນຫາດ້ານຊີວິດການເປັນຢູ່ຂອງປະຊາຊົນແລະກໍແມ່ນບັນຫາດ້ານການພັດທະນາ, ເຊິ່ງໄດ້ຖືກສອດຫ້ອຍເຂົ້າໄປໃນທົ່ວຂະບວນການປະຕິບັດໂຄງການຍຸດທະສາດ “3820”ຢ່າງສະເໝີຕົ້ນສະເໝີປາຍ.

 


   ເດືອນມີນາປີ1991, ຜ່ານຈາກການສຳຫຼວດຄົ້ນຄວ້າ, ທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຟູໂຈ່ວແຂວງຟູຈ້ຽນໃນເວລານັ້ນໄດ້ພົບວ່າ: ຊາວປະມົງຈຳນວນຫຼວງຫຼາຍແມ່ນດຳລົງຊີວິດແບບໝົດຄອບຄົວທັງສາມລຸ້ນຄົນອາໄສຢູ່ເທິງເຮືອນ້ອຍລຳໜຶ່ງ. ດັ່ງນັ້ນ, ທ່ານສີຈິ້ນຜິງໄດ້ຈັດກອງປະຊຸມເຮັດວຽກກັບທີ່ເລີຍ ເພື່ອຄົ້ນຄວ້າວ່າຈະແກ້ໄຂບັນຫານີ້ຄືແນວໃດ. ຫຼັງຈາກນັ້ນ10ເດືອນ, ຊາວປະມົງ ຈຳນວນ 104 ຄອບຄົວໄດ້ຍ້າຍເຂົ້າໄປອາໄສຢູ່ໃນບ້ານໃໝ່ຫົງຊິ່ງ.  ການປ່ຽນແປງດ້ານຊີວິດການເປັນຢູ່ຂອງຊາວປະມົງທັງຫຼາຍນັ້ນເປັນພາບຫຍໍ້ທີ່ມີຊີວິດຊີວາກ່ຽວກັບນະຄອນຟູໂຈ່ວປະຕິບັດໂຄງການຍຸດທະສາດ“3820”.

 



ເຂດຊຸມຊົນຊ່າງເສຍນະຄອນຟູໂຈ່ວເຄີຍເປັນເຂດຊຸມຊົນເກົ່າແກ່ເປ່ເພບໍ່ເປັນລະບຽບ ເປັນຕົວແທນໃຫ້ແກ່ເຂດຊຸມຊົນແອອັດ. ວັນທີ2 ກໍລະກົດ2000, ທ່ານສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດຊຸມຊົນທີ່ແອອັດນີ້. ພາຍຫຼັງເຂດຊຸມຊົນຊ່າງເສຍປະຕິບັດໂຄງການປັບປຸງເຂດຊຸມຊົນແອອັດແລ້ວ, ເພິ່ນໄດ້ໄປເຂດຊຸມຊົນຊ່າງເສຍອີກສອງເທື່ອເພື່ອຊຸກຍູ້ວຽກງານປັບປຸງເຂດຊຸມຊົນແອອັດ. ຢູ່ເຂດຊຸມຊົນຊ່າງເສຍນະຄອນຟູໂຈ່ວ, ປະຊາຊົນໄດ້ເລົ່າຂານຕໍ່ກັນກ່ຽວກັບເລື່ອງລາວຂອງທ່ານສີຈິ້ນຜິງເດີນທາງໄປຊ່າງເສຍສາມຄັ້ງຈົນມາເຖິງທຸກມື້ນີ້.

 

ນະຄອນຟູໂຈ່ວໃນຕົ້ນຊຸມປີ1990 ມີບັນຫາມົນລະພິດຢ່າງໜັກໜ່ວງ. ໃນກອງປະຊຸມວຽກງານອະນຸລັກສິ່ງແວດລ້ອມເທື່ອທີ3ຂອງນະຄອນຟູໂຈ່ວ, ທ່ານສີຈິ້ນຜິງຊີ້ອອກວ່າ: “ການກະທຳໃດໆທີ່ຖືເອົາການທຳລາຍສິ່ງແວດລ້ອມເປັນຄ່າຕອບແທນເພື່ອແລກເອົາປະສິດທິຜົນດ້ານເສດຖະກິດເປັນການຊົ່ວຄາວນັ້ນລ້ວນແຕ່ຈະເປັນການໄດ້ບໍ່ຄຸ້ມເສຍ.” ຈາກນັ້ນມາ, ໃນຊ່ວງເວລາທີ່ງົບປະມານປີ1995ຂອງນະຄອນຟູໂຈ່ວມີພຽງແຕ່1ຕື້ກວ່າຢວນເທົ່ານັ້ນ, ຄະນະພັກແລະອົງການປົກຄອງນະຄອນໄດ້ກຳນົດໃຫ້ໃຊ້ເວລາ6ປີແລະຈັດສັນງົບປະມານ300ລ້ານຢວນເຂົ້າໃນການປົວແປງແມ່ນ້ຳເນ້ເຫີ.

 

ນະຄອນຟູໂຈ່ວໃນທຸກມື້ນີ້, ອັດຕາການປົກຫຸ້ມຂອງພື້ນທີ່ສີຂຽວໄດ້ບັນລຸຫຼາຍກວ່າ43%. ໂຄງການປົວແປງແມ່ນ້ຳເນ້ເຫີແລະໜອງຊີ່ຫູໄດ້ປະຕິບັດຢ່າງສຳເລັດຜົນ, ສິ່ງແວດລ້ອມທາງນ້ຳຂອງເຂດລ່ອງແມ່ນ້ຳໝິນຈ່ຽງກໍໄດ້ຮັບການປົວແປງແບບສັງລວມເຊັ່ນດຽວກັນ.

 

ໂດຍຖືເອົາປະຊາຊົນເປັນໃຈກາງ, ໂຄງການຍຸດທະສາດ “3820” ໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນນະຄອນຟູໂຈ່ວ. ປັດຈຸບັນ, ເມື່ອຍ່າງຕາມຖະໜົນຫົນທາງຂອງນະຄອນຟູໂຈ່ວ, ຄົນທັງຫຼາຍຈະສຳຜັດໄດ້ເຖິງຄວາມມີຊີວິດຊີວາແລະຄວາມສຸກຂອງປະຊາຊົນຢູ່ໃນຕົວເມືອງແຫ່ງນີ້.