ວິທີທີ່ດີທີ່ສຸດໃນການຮັບມືກັບ “ການຕັດເຄືອຂ່າຍ” ແມ່ນ “ສ້າງເຄືອຂ່າຍ”

2024-01-23 16:07:55 cri

ຫວ່າງມໍ່ໆມານີ້, ການຂົນສົ່ງທາງທະເລຂອງທົ່ວໂລກໄດ້ຖືກກະທົບກະເທືອນຢ່າງໜັກໜ່ວງ ຍ້ອນສະຖານະການທະເລແດງທີ່ຍັງສືບຕໍ່ດຸເດືອດຂຶ້ນເລື້ອຍໆ.


ຫວ່າງກ່ອນນີ້ບໍ່ດົນ, ເວັບໄຊວາລະສານ “ການຄຸ້ມຄອງຂະແໜງການຈໍລະຈອນສິນຄ້າ” ທີ່ມີຊື່ສຽງຂອງໂລກໄດ້ພິມບົດຄວາມວ່າ: ວິກິດການທະເລແດງໄດ້ເຮັດໃຫ້ລາຄາຂົນສົ່ງສິນຄ້າທາງທະເລທົ່ວໂລກຖີບຕົວສູງຂຶ້ນຢ່າງວ່ອງໄວ, ເຮັດໃຫ້ການມອບຖ່າຍໂອນສິນຄ້າຊ້າກວ່າເວລາກຳນົດໄວ້ ແລະ ຕ່ອງໂສ້ການສະໜອງທົ່ວໂລກຂາດສະບັ້ນໄປ. ໃນຂະນະທີ່ເສດຖະກິດໂລກ ໂດຍສະເພາະແມ່ນເສດຖະກິດຂອງປະເທດພວມພັດທະນາທີ່ກຳລັງຟື້ນຟູຢ່າງຊັກຊ້າຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ, ວິກິດການທະເລແດງທີ່ເກີດຂຶ້ນໄດ້ເຮັດໃຫ້ລາຄາຈໍລະຈອນສິນຄ້າ ແລະ ລາຄາອາຫານຖີບຕົວສູງຂຶ້ນ.


ໂດຍປະເຊີນໜ້າກັບວິກິດການດັ່ງກ່າວ, ວິທີທີ່ບັງເກີດຜົນທີ່ສຸດແມ່ນສ້າງຊ່ອງທາງການສະໜອງທີ່ຫຼາຍກວ່າເກົ່າ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ. ນັບແຕ່ຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແຕ່ປີ 2013 ເປັນຕົ້ນມາ, ລະຫວ່າງປີ 2013 ຫາປີ 2022, ຈີນ ແລະ ບັນດາປະເທດທີ່ຢູ່ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ລົງທຶນຕໍ່ກັນມີຫຼາຍກວ່າ 380 ຕື້ໂດລາ, ໃນນັ້ນ, ຈີນໄດ້ລົງທຶນໂດຍກົງຕໍ່ບັນດາປະເທດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 240 ຕື້ໂດລາ. ບໍ່ວ່າທາງຫຼວງ, ທາງລົດໄຟ ຫຼືທ່າກຳປັ່ນ, ບໍ່ວ່າທໍ່ສົ່ງນ້ຳມັນ, ເຄືອຂ່າຍໄຟຟ້າ ຫຼືວ່າສາຍກາບອິນເຕີເນັດ, ໂຄງການເຫຼົ່ານີ້ລ້ວນແຕ່ໄດ້ຊຸກຍູ້ການສ້າງໂຄງການໜຶ່ງທີ່ໃຫຍ່ໂຕມະຫາລານກວ່າເກົ່າ ນັ້ນກໍຄື ສ້າງໂລກໃຫ້ເປັນລະບົບຕ່ອງໂສ້ການສະໜອງທີ່ເຊື່ອມຈອດກັນ.

ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຊຸກຍູ້ການຮ່ວມມືໃນການເຊື່ອມຈອດກັນເລືື້ອຍໆ. ນັບແຕ່ການເປີດນຳໃຊ້ທາງລົດໄຟຈີນ-ລາວເປັນເວລາສອງປີມານີ້, ການຂົນສົ່ງຕາມທາງລົດໄຟໄດ້ຮັກສາຄວາມປອດໄພຢ່າງໝັ້ນທ່ຽງ; ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 24,2 ລ້ານເທື່ອຄົນ ແລະ ໄດ້ເພີ່ມຂຶ້ນ 90,9% ໃນປີທີ 2, ໄດ້ສຳເລັດການຂົນສົ່ງສິນຄ້າ 29,12 ລ້ານໂຕນ ແລະ ເພີ່ມຂຶ້ນ 60,5% ໃນປີທີ 2, ໃນນັ້ນສິນຄ້າຂາເຂົ້າ-ຂາອອກຫຼາຍກວ່າ 6,4 ລ້ານໂຕນ, ໄດ້ເພີ່ມຂຶ້ນ 106,7% ໃນປີທີ 2. ນອກນີ້, ຍັງໄດ້ເປີດຂະບວນຂົນສົ່ງສິນຄ້າສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ-ເສິງຕູ່-ເອີຣົບ, ຂະບວນລົດໄຟຂົນສົ່ງສິນຄ້າຊຽງໄຮ້-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຂະບວນລົດໄຟຂົນສົ່ງສິນຄ້າແຊ່ເຢັນສາກົນຈີນ-ລາວ ແລະ ຈີນ-ຫວຽດນາມ ແລະ ຂະບວນລົດໄຟຂົນສົ່ງສິນຄ້າສາຍດ່ວນຈີນ-ເອີຣົບ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ນັບມາຮອດປັດຈຸບັນ, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ເອີຣົບໄດ້ເປີດບໍລິການຫຼາຍກວ່າ 8 ໝື່ນຂະບວນ, ໄດ້ຂົນສົ່ງສິນຄ້າໄປເຖິງ 217 ຕົວເມືອງໃນ 25 ປະເທດເອີຣົບ, ເຄືອຂ່າຍບໍລິການຂົນສົ່ງສິນຄ້າປົກຄຸມທົ່ວທະວີບເອີຣົບ. ໃນ 11 ເດືອນຂອງປີ 2023, ໄດ້ເປີດບໍລິການ 16.145 ຂະບວນ, ຂົນສົ່ງຕູ້ຄອນເທນເນີມາດຕະຖານຂອງການບັນຈຸສິນຄ້າ 1,74 ລ້ານຕູ້, ຕ່າງໄດ້ເພີ່ມຂຶ້ນ 7% ແລະ 19% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຍອດປະລິມານຂົນສົ່ງສິນຄ້າຫຼາຍກວ່າໝົດປີ 2022. ນັບແຕ່ເປີດບໍລິການເປັນເວລາສອງເດືອນ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນ. ອຸມົງບິດາແຫ່ງຊາດບັງກລາເທດ, ທ່າກຳປັ່ນນ້ຳເລິກໄລກີຂອງນີເຊຣີ ແລະ ໂຄງການອື່ນໆໄດ້ສ້າງສຳເລັດ ແລະ ເປີດນຳໃຊ້ ໄດ້ຊຸກຍູ້ການເຊື່ອມຈອດກັນລະຫວ່າງປະເທດ ແລະ ເຂດແຄວ້ນຕ່າງໆຢ່າງແຂງແຮງ ເຊິ່ງໄດ້ຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງເປັນຢ່າງດີ.

ເມື່ອທຽບໃສ່ບາງປະເທດເຈົ້າອຳນາດໃນໂລກແມ່ນໄດ້ລົງທຶນເປັນຈຳນວນຫຼວງຫຼາຍ ເພື່ອສ້າງຖານທັບຫຼາຍແຫ່ງຂຶ້ນ ເຊິ່ງເດຍລະດາດໄປທົ່ວໂລກ ຈຸດປະສົງເພື່ອສ້າງຄວາມວຸ້ນວາຍໃນທາງການເມືອງພູມີພາກ ແລະ ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນເລື້ອຍໆແລ້ວ, ບໍ່ຕ້ອງສົງໄສເລີຍວ່າ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຊຸກຍູ້ການເຊື່ອມຈອດກັນ ຈິ່ງແມ່ນວິທີທີ່ດີທີ່ສຸດ ສຳລັບແກ້ໄຂບັນຫາ “ການຕັດເຄືອຂ່າຍ”.