ການຄ້າຕ່າງປະເທດຊ່ວຍເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ຜາສຸກຫຼາຍກວ່າເກົ່າ

2024-01-23 16:42:57 CRI

 

   ຈີນເປັນປະເທດການຄ້າສິນຄ້າໃຫຍ່ອັບດັບໜຶ່ງ ທັງເປັນປະເທດການຄ້າການບໍລິການໃຫຍ່ອັນດັບທີສອງຢູ່ໃນໂລກ, ການຄ້າຕ່າງປະເທດແມ່ນມີການພົວພັນຢ່າງໃກ້ຊິດກັບຊີວິດການເປັນຢູ່ທີ່ຜາສຸກຂອງປະຊາຊົນ.

   ການຄ້າຕ່າງປະເທດສາມາດສ້າງໂອກາດວຽກເຮັດງານທໍາ, ເພີ່ມທະວີການສ້າງລາຍຮັບຂອງປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີລະດັບ ແລະ ຄຸນນະພາບສູງຂຶ້ນກວ່າເກົ່າ, ພ້ອມດຽວກັນນີ້ຍັງໄດ້ຊຸກຍູ້ການເຕີບໂຕຂອງເສດຖະກິດ. ນອກນີ້, ການຄ້າຕ່າງປະເທດຍັງສາມາດຕອບສະໜອງໄດ້ເຖິງຄວາມຮຽກຮ້ອງຕ້ອງການດ້ານການບໍລິໂພກທີ່ຫຼາກຫຼາຍຂອງປະຊາຊົນ ແລະ ສາມາດຊຸກຍູ້ການແລກປ່ຽນ ກໍຄືການຮ່ວມມືສາກົນໄດ້ນໍາອີກ.

   ນັບແຕ່ຕົ້ນປີນີ້ມາ, ວິສາຫະກິດການຄ້າຕ່າງປະເທດຢູ່ທ້ອງຖິ່ນຕ່າງໆຂອງຈີນໄດ້ສຸມກໍາລັງແຮງຢ່າງຕັ້ງໜ້າເພື່ອບຸກເບີກຕະຫຼາດ.



   ຕ່ອງໂສ້ການຜະລິດຂອງວິສາຫະກິດເຄື່ອງສຸຂະພັນແຫ່ງໜຶ່ງຢູ່ນະຄອນໄທໂຈ່ວແຂວງເຈີ້ຈ່ຽງຈີນແມ່ນໄດ້ດໍາເນີນການຜະລິດຢ່າງເຕັມປະສິດທິພາບຕາມຄວາມສາມາດຂອງການຜະລິດ. ເນື່ອງຈາກວ່າໃບສັ່ງສິນຄ້າໃບທໍາອິດໃນປີ 2024 ຂອງວິສາຫະກິດດັ່ງກ່າວ ຄືຕູ້ຫ້ອງນໍ້າ 3.600 ຊຸດແມ່ນຕ້ອງສົ່ງໄປຮອດປະເທດອັງກິດກ່ອນບຸນກຸດຈີນ. ຂະນະດຽວກັນ, ໃນງານວາງສະແດງສິນຄ້າເອເລັກໂຕຣນິກສາກົນອາເມຣິກາທີ່ຫາກໍ່ສິ້ນສຸດລົງໃນຫວ່າງບໍ່ດົນຜ່ານມາ, ໂທລະພາບໄລເຊີຈໍຄົດລຸ່ນໜຶ່ງທີ່ສາມາດພັບເປັນກໍ້ຄືດັ່ງຜ້າພົມນັ້ນ ໄດ້ຮັບຄວາມສົນໃຈຫຼາຍ, ພາຍຫຼັງໂທລະພາບໄລເຊີລຸ່ນຫຼ້າສຸດຂອງວິສາຫະກິດແຫ່ງນີ້ສໍາເລັດການຜະລິດແລ້ວ, ກໍຈະໄດ້ປາກົດໂຕຢູ່ໃນຕະຫຼາດຄ້າຂາຍເຄື່ອງໄຟຟ້າໃຊ້ໃນເຮືອນຕ່າງໆຂອງເອີຣົບ ແລະ ອາເມຣິກາໃນໜຶ່ງອາທິດຢ່າງໄວສຸດ.


   ນັບແຕ່ກ້າວເຂົ້າສູ່ເດືອນມັງກອນປີ 2024 ເປັນຕົ້ນມາ, ຢູ່ທ່າກໍາປັ່ນຢຽນຖຽນນະຄອນເຊີນເຈິ້ນຂອງຈີນ ເຊິ່ງເປັນໜຶ່ງໃນທ່າກໍາປັ່ນທີ່ມີຍອດປະລິມານການຂົນຖ່າຍສິນຄ້າດ້ວຍຕູ້ຄອນເທັນເນີຫຼາຍທີ່ສຸດໃນໂລກ ໄດ້ປາກົດມີກໍາປັ່ນສິນຄ້າຕູ້ຄອນເທັນເນີຂະໜາດໃຫຍ່ສັນຈອນໄປມາ ໂດຍໄດ້ບັນທຸກສິນຄ້າຂອງຈີນມຸ່ງໜ້າສູ່ປະເທດຕ່າງໆ. ທ່າກໍາປັ່ນທີ່ມີການດໍາເນີນງານຢ່າງຂຸ້ນຂ້ຽວ, ກໍາປັ່ນຂະໜາດໃຫຍ່ທີ່ໄດ້ບັນທຸກສິນຄ້າມາເຕັມກໍາປັ່ນ ບວກກັບກະເປົາສິນຄ້າທີ່ນັບບໍ່ຖ້ວນນັ້ນ ໄດ້ເຊື່ອມໂຍງຈີນກັບຕະຫຼາດ ແລະ ໂຮງງານຢ່າງຫຼວງຫຼາຍທີ່ຢູ່ປະເທດຕ່າງໆ.

   ຍ້ອນພາກສ່ວນຕ່າງໆເຊັ່ນ: ທ່າກໍາປັ່ນ ແລະ ດ່ານພາສີເປັນຕົ້ນ ໄດ້ປະດິດສ້າງມາດຕະການໃໝ່ ແລະ ປັບປຸງຂັ້ນຕອນໃຫ້ກະທັດຮັດຂຶ້ນຢ່າງບໍ່ຢຸດຢັ້ງ, ຈຶ່ງເຮັດໃຫ້ວິສາຫະກິດການຄ້າຕ່າງປະເທດມີທ່າແຮງທາງດ້ານປະສິດທິພາບ ແລະ ເວລາ ແລະ ເຮັດໃຫ້ການຄ້າຕ່າງປະເທດຂອງຈີນໄດ້ຮັບຜົນສໍາເລັດໃນຕົ້ນປີ 2024.

   ໃນຄໍາອວຍພອນປີໃໝ່ສາກົນ 2024 ຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ລະບຸວ່າ: ເປົ້າໝາຍຂອງຈີນເປັນເປົ້າໝາຍທີ່ຍິ່ງໃຫຍ່ ແລະ ລຽບງ່າຍ, ສະຫຼຸບແລ້ວແມ່ນເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.


   ສ່ວນການຄ້າຕ່າງປະເທດທີ່ພວມເລັ່ງລັດພັດທະນານັ້ນ, ກໍຈະປະກອບສ່ວນເຮັດໃຫ້ປະຊາຊົນຈີນມີຊີວິດການເປັນຢູ່ທີ່ຜາສຸກຫຼາຍກວ່າເກົ່າ.