ພັດສະດຸນ້ອຍໆໄດ້ສ່ອງແສງເຖິງການພັດທະນາຂອງເສດຖະກິດມະຫາພາກຂອງຈີນ

2024-01-24 16:54:51 CRI


ວັນທີ 22 ມັງກອນນີ້, ລັດຖະບານຈີນໄດ້ເຜີຍແຜ່ຕົວເລກຂໍ້ມູນອອກມາໂດຍສະແດງໃຫ້ເຫັນວ່າ, ປີ 2023, ຂະແໜງການໄປສະນີດ່ວນຂອງຈີນໄດ້ສຳເລັດການຂົນສົ່ງພັດສະດຸເຖິງ 132,07 ຕື້ອັນ, ເພີ່ມຂຶ້ນ 19,4% ເມື່ອທຽບໃສ່ປີ 2022, ເປັນອັນດັບທີ 1 ຂອງໂລກມາເປັນເວລາ 10 ປີຕິດຕໍ່ກັນ. ພັດສະດຸເຫຼົ່ານີ້ແມ່ນລວມທັງພັດສະດຸທັງພາຍໃນປະເທດຈີນ ແລະ ສາກົນ, ເຈົ້າຂອງພັດສະດຸເຫຼົ່ານີ້ແຈກຢາຍໄປທົ່ວໂລກ. ເມື່ອສັງເກດເບິ່ງໃນ 10 ປີທີ່ຜ່ານມາ, ປະລິມານພັດສະດຸໄປສະນີດ່ວນຂອງຈີນໄດ້ບັນລຸການເຕີບໂຕແບບກ້າວກະໂດດ ຄື: ຈາກປະລິມານ10  ຕື້ອັນເພີ່ມຂຶ້ນເປັນກວ່າ 100 ຕື້ອັນ. ປັດຈຸບັນປະລິມານພັດສະດຸໄປສະນີດ່ວນຂອງຈີນໄດ້ກວມເອົາ 60% ຂຶ້ນໄປຂອງໂລກ.


ໃນຖານະເປັນຂອດໜຶ່ງທີ່ສຳຄັນໃນອຸດສາຫະກຳບໍລິການຍຸກປັດຈຸບັນ, ປະລິມານການບໍລິການໄປສະນີດ່ວນເປັນຕົວຊີ້ວັດດ້ານປະລິມານວັດຖຸທີ່ສຳຄັນໃນການສັງເກດເສດຖະກິດຈີນ. ປະຊາຊົນຈີນ 1,4 ຕື້ກວ່າຄົນ, ໄດ້ກາຍເປັນຕະຫຼາດການບໍລິໂພກທີ່ມີກຳລັງບົ່ມຊ້ອນຫຼາຍທີ່ສຸດຂອງໂລກ. ປັດຈຸບັນ, ຜູ້ໃຊ້ອິນເຕີເນັດຂອງຈີນມີຫຼາຍກວ່າ 1 ຕື້ຄົນ, ແລະຍອດມູນຄ່າຂາຍຍ່ອຍວັດຖຸພັນໂດຍຜ່ານທາງອິນເຕີເນັດນີ້ໄດ້ກວມເອົາ 27,6% ຂອງຍອດມູນຄ່າຂາຍຍ່ອຍສິນຄ້າອຸປະໂພກບໍລິໂພກໃນສັງຄົມ.



ພື້ນຖານໂຄງລ່າງດ້ານຄົມມະນາຄົມ ແລະ ລະບົບຈໍລະຈອນສິນຄ້າປຽບເໝືອນດັ່ງ “ເສັ້ນເລືອດ” ລະຫວ່າງຄວາມຕ້ອງການກັບການສະໜອງ, ເຊິ່ງໄດ້ຮັບປະກັນຄວາມໂລ່ງລ່ຽນຂອງການຈໍລະຈອນສິນຄ້າ. ປັດຈຸບັນນີ້, ຈີນໄດ້ສ້າງເຄືອຂ່າຍເສັ້ນທາງລົດໄຟຄວາມໄວສູງ, ແລະ ເຄືອຂ່າຍທາງດ່ວນທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ກຸ່ມທ່າກຳປັ່ນລະດັບໂລກ, ກາຍເປັນເຄືອຂ່າຍທີ່ໃຫຍ່ໂຕມະໂຫລານທີ່ມີໄລຍະທາງທັງໝົດ 48,7 ລ້ານກິໂລແມັດ, ມີຈຸດບໍລິການໄປສະນີດ່ວນຫຼາຍກວ່າ 230.000 ຈຸດ, ສະເລ່ຍແລ້ວຮັບໃຊ້ 700 ລ້ານເທື່ອຄົນຕໍ່ມື້.


ປັດຈຸບັນ, ການບໍລິການໄປສະນີດ່ວນຂອງຈີນຍັງເພີ່ມຂຶ້ນເລື້ອຍໆ, ເຊິ່ງສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນທາງດ້ານການຜະລິດ ແລະ ການບໍລິໂພກລ້ວນແຕ່ເພີ່ມຂຶ້ນຕາມໆກັນ, ໃນທາງກັບກັນແລ້ວກໍໄດ້ກະຕຸກຊຸກຍູ້ການຂຸດຄົ້ນຄວາມຕ້ອງການສິ່ງໃໝ່ຕື່ມອີກ. ພັດສະດຸນ້ອຍໆເຫຼົ່ານີ້ໄດ້ສ່ອງແສງເຖິງເສດຖະກິດຈີນທີ່ກ້າວໄປສູ່ທິດທາງທີ່ດີໃນສະພາບທີ່ມີຄວາມໝັ້ນທ່ຽງ.