ກາເມີຣູນເລິ່ມສັກວັກຊິນກັນໄຂ້ມາເລເຣຍຊະນິດທຳອິດໃນໂລກ

2024-01-24 11:15:04 CRI

    ວັນທີ 22 ມັງກອນນີ້, ກາເມີຣູນ ເຊິ່ງເປັນປະເທດພາກກາງອາຟຣິກາໄດ້ເລິ່ມສັກວັກຊິນ RTS,S ເຊິ່ງເປັນວັກຊິນປ້ອງກັນໄຂ້ມາເລເຣຍແຫ່ງທຳອິດໃນໂລກ. ຄາດວ່າ, ວັກຊິນນີ້ຈະສາມາດຊ່ວຍກອບກູ້ເອົາຊີວິດຂອງເດັກນ້ອຍຫຼາຍພັນຄົນໃນແຕ່ລະປີ.

 

    ວັກຊິນ RTS,S ແມ່ນວັກຊິນສຳລັບເດັກນ້ອຍທີ່ອົງການອະນາໄມໂລກ ຫຼື WHO ສະເໜີໃຫ້ນຳໃຊ້ຢູ່ເຂດທີ່ມີຄວາມສ່ຽງຕໍ່ການແຜ່ລະບາດຂອງໄຂ້ມາເລເຣຍໃນລະດັບກາງ ແລະ ສູງ. ຕົວເລກສະແດງໃຫ້ເຫັນວ່າ: ອັດຕາໄດ້ຜົນຂອງມັນສູງເຖິງ 36% ເປັນຢ່າງໜ້ອຍ. ກອງທຶນເພື່ອເດັກນ້ອຍສະຫະປະຊາຊາດ ຫຼື UNCEF ບອກໃຫ້ຮູ້ວ່າ: ມັນສາມາດເຮັດໃຫ້ອັດຕາເສຍຊີວິດຂອງເດັກນ້ອຍຜູ້ທີ່ເປັນໄຂ້ມາເລເຣຍທີ່ສອດຄ່ອງກັບເງື່ອນໄຂຫຼຸດລົງ 13%.



    ຜູ້ຊ່ຽວຊານຊີ້ອອກວ່າ: ເຖິງວ່າວັັກຊິນ RTS,S ຈະສາມາດຊ່ວຍກອບກູ້ເອົາຊີວິດໃນລະດັບໃດໜຶ່ງກໍຕາມ, ແຕ່ອັດຕາທີ່ໄດ້ຜົນຂອງມັນຍັງບໍ່ສູງເທົ່າທີ່ຄວນ.ສະນັ້ນ, ໃນຂະບວນການຕ້ານໄຂ້ມາເລເຣຍ, ພວກເຮົາຍັງບໍ່ສາມາດປະຖິ້ມວິທີແບບມູນເຊື້ອສອງຢ່າງ ຄື: ຢາຕ້ານໄຂ້ມາເລເຣຍ ແລະ ມຸ້ງ. ຜົນຈາກການຄົ້ນຄວ້າສະແດງໃຫ້ເຫັນວ່າ: ຖ້າໃຊ້ວິທີ 3 ຢ່າງດັ່ງກ່າວໃນເວລາດຽວກັນອາດຈະສາມາດສະໜອງການປ້ອງກັນໄດ້ເຖິງ 90% ໃຫ້ກັບເດັກນ້ອຍ.