ອາເມຣິກາ “ຕັດການພົວພັນ” ທາງເສດຖະກິດກັບຈີນຈະທຳລາຍຜົນປະໂຫຍດຂອງຕົນເອງໃນທີ່ສຸດ

2024-01-24 16:47:29 cri

ຕາມຂ່າວລາຍງານວ່າ: ເນື່ອງຈາກວ່າ ການຜະລິດໝໍ້ໄຟຂອງ Cybertruck ທີ່ເປັນລົດພະລັງງານໄຟຟ້າລຸ້ນໃໝ່ຂອງບໍລິສັດ Tesla ທີ່ເປັນບໍລິສັດລົດພະລັງງານໄຟຟ້າຂະໜາດໃຫຍ່ຂອງອາເມຣິກາ ໄດ້ຕົກຢູ່ໃນສະພາບຢຸດສະງັກ, ສະນັ້ນ, ບໍລະສັດດັ່ງກ່າວຈຶ່ງໄດ້ຕົກລົງນຳເຂົ້າຊິ້ນສ່ວນພື້ນຖານຈາກຈີນເພື່ອໄປນຳໃຊ້ເຂົ້າໃນການຜະລິດໝໍ້ໄຟລຸ້ນໃໝ່ດັ່ງກ່າວ. ແຕ່ໃນກ່ອນໜ້ານີ້, ລັດຖະບານອາເມຣິກາໄດ້ປະກາດວ່າ: ນັບແຕ່ເດືອນມັງກອນປີ 2024 ເປັນຕົ້ນໄປ, ຖ້າວ່າລົດພະລັງງານໄຟຟ້າທີ່ຜະລິດໂດຍອາເມຣິກາທີ່ໃຊ້ໝໍ້ໄຟທີ່ຜະລິດ ຫຼື ປະກອບໂດຍຈີນ ຈະບໍ່ມີສິດຊົມໃຊ້ການຍົກເລີກພາສີທີ່ສູງເຖິງ 7.500 ໂດລາ.

ສະນັ້ນ, ຂໍ້ຕົກລົງດັ່ງກ່າວຂອງ Tesla ຈະເຮັດໃຫ້ຕົນເອງບໍ່ມີສິດຊົມໃຊ້ນະໂຍບາຍຍົກເລີກພາສີທີ່ກ່ຽວຂ້ອງ. ຂໍ້ມູນທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນວ່າ: ໃນ 2 ອາທິດທຳອິດຂອງປີ 2024, ມູນຄ່າໃນຕະຫຼາດຫຸ້ນສ່ວນຂອງບໍລິສັດ Tesla ໄດ້ຫຼຸດລົງຫຼາຍກວ່າ 94 ຕື້ໂດລາແລ້ວ. ນີ້ກໍເປັນການຫຼຸດລົງຫຼາຍທີ່ສຸດນັບແຕ່ບໍລິສັດ Tesla ໄດ້ເຂົ້າຕະຫຼາດຫຸ້ນໃນປີ 2010 ເປັນຕົ້ນມາ. ພວກເຮົາສາມາດສັງເກດເຫັນວ່າ: ການປະຕິບັດ “ການຕັດການພົວພັນ”ທາງເສດຖະກິດກັບຈີນຂອງອາເມຣິກາ ໃນທີ່ສຸດຈະທຳລາຍຜົນປະໂຫຍດຂອງຕົນເອງ.

ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດອາເມຣິກາຍັງໄດ້ຫ້າມບໍ່ໃຫ້ຈັດຊື້ໝໍ້ໄຟທີ່ຜະລິດໂດຍວິສາຫະກິດ 6 ແຫ່ງຂອງຈີນ ເຊິ່ງລວມທັງບໍລິສັດ CATL ແລະ ບໍລີສັດ BYD. ພວກເຮົາສາມາດເຫັນໄດ້ຢ່າງຈະແຈ້ງວ່າ: ຈຸດປະສົງຂອງລັດຖະບານອາເມຣິກາແມ່ນເພື່ອຢາກແຍກວິສາຫະກິດຈີນອອກຈາກຕ່ອງໂສ້ການສະໜອງຂອງລົດພະລັງງານໄຟຟ້າອາເມຣິກາ. ແຕ່ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ມັນຍາກທີ່ຈະບັນລຸຄວາມເປັນຈິງໄດ້ສຳລັບວິສາຫະກິດອາເມຣິກາຖ້າຂາດການສະໜອງຈາກຈີນ. ນອກຈາກ Tesla ແລ້ວ, ວິສາຫະກິດຕ່າງໆທີ່ຜະລິດລົດພະລັງງານໄຟຟ້າຢູ່ອາເມຣິກາກໍຕ້ອງອາໄສຊິ້ນສ່ວນທີ່ນຳເຂົ້າຈາກຈີນ.

ເສດຖະກິດໂລກໃນປັດຈຸບັນມີການພົວພັນທີ່ແໜ້ນແຟ້ນຫຼາຍສົມຄວນ, ນະໂຍບາຍເສດຖະກິດມະຫາພາກຂອງປະເທດຕ່າງໆໄດ້ມີຜົນສະທ້ອນຕໍ່ພາຍນອກນັບມື້ນັບພົ້ນເດັ່ນຂຶ້ນ. ພາຍໃຕ້ຜົນກະທົບຈາກວິກິດການທົ່ວໂລກ, ຖ້າປະເທດຕ່າງໆເອົາໃຈໃສ່ແຕ່ຜົນປະໂຫຍດຕົນເອງ ແລະ ບໍ່ຮ່ວມມືກັບປະເທດອື່ນ, ຈະເຮັດໃຫ້ເສດຖະກິດໂລກມີຄວາມອ່ອນໄຫວຫຼາຍກວ່າເກົ່າ.

ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງເໝືອນດັ່ງ “ລະບົບສາຍເລືອດ” ໃນການພັດທະນາເສດຖະກິດ, ບໍ່ວ່າການລົບກວນ ແລະ ການທຳລາຍໃດໆ ຍ່ອມຈະສ້າງອຸປະສັກ ແລະ ສິ່ງກີດກັ້ນໃນການໝູນວຽນຂອງເສດຖະກິດໂລກ ເຊິ່ງທັງເສຍປະສິດທິພາບດ້ານການພັດທະນາ ທັງເຮັດໃຫ້ເກີດຄວາມສ່ຽງດ້ານເສດຖະກິດ ແລະ ບັນຫາທາງສັງຄົມ. ດັ່ງກັບທ່ານຫຼີສຽງ ນາຍົກລັດຖະມົນຕີຈີນກ່າວໃນພິທີເປີດກອງປະຊຸມປະຈຳປີຂອງເວທີເປິກສາຫາລືເສດຖະກິດໂລກ ປີ 2024 ວ່າ: ມີແຕ່ເຄົາລົບກົດເກນພາວະວິໄສດ້ານການແບ່ງງານໃນອຸດສາຫະກຳສາກົນ, ຊຸກຍູ້ຄວາມເສລີ ແລະ ຄວາມສະດວກດ້ານການຄ້າ ແລະ ການລົງທຶນຢ່າງໝັ້ນໜຽວບໍ່ປ່ຽນແປງ, ຮັດແໜ້ນການຮ່ວມມື, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍົກລະດັບຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທົ່ວໂລກ ຈຶ່ງແມ່ນການສອດຄ່ອງກັບຜົນປະໂຫຍດຮ່ວມຂອງບັນດາຝ່າຍຢ່າງແທ້ຈິງ.