ປະລິມານການຕັດຕົ້ນໄມ້ໃນເຂດອາມາຊອນໃນປີ 2023 ຫຼຸດລົງ 62%

2024-01-24 10:33:39 cri

ອີງຕາມຕົວເລກຂໍ້ມູນທີ່ສະຖາບັນຄົ້ນຄວ້າມະນຸດແລະສິ່ງແວດລ້ອມອາມາຊອນຂອງບຣາຊິນສະແດງໃຫ້ເຫັນວ່າ, ປະລິມານການຕັດຕົ້ນໄມ້ໃນເຂດອາມາຊອນໃນປີ 2023 ໄດ້ຫຼຸດລົງ 62%.


ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ປະລິມານຕັດຟັນຕົ້ນໄມ້ໃນປ່າໄມ້ເຂດອາມາຊອນໄດ້ຫຼຸດຈາກ 10.573 ກິໂລຕາແມັດໃນປີ 2022 ລົງເຖິງ 4.030 ກິໂລຕາແມັດໃນປີ 2023, ໄດ້ຫຼຸດລົງ 62%. ເຖິງວ່າປະລິມານການຕັດໄດ້ຫຼຸດລົງໃນລະດັບໃດໜຶ່ງກໍຕາມ, ແຕ່ເນື້ອທີ່ປ່າໄມ້ເຂດອາມາຊອນທີ່ຖືກຕັດໃນທຸກມື້ ກໍຍັງກວ້າງເປັນສະໜາມບານເຕະມາດຕະຖານປະມານ 1.100 ແຫ່ງ.

ຜູ້ຊ່ຽວຊານທີ່ກ່ຽວຂ້ອງເຫັນວ່າ, ຍັງມີປະລິມານການຕັດຕົ້ນໄມ້ໃນບາງເຂດໄດ້ເພີ່ມຂຶ້ນ ໃນຂະນະທີ່ຍອດປະລິມານຕັດຕົ້ນໄມ້ໄດ້ຫຼຸດລົງ.