ຍົນທະຫານຂອງມຽນມາລຳໜຶ່ງແລ່ນກາຍທາງລົງຈອດ ເຮັດໃຫ້ 8 ຄົນໄດ້ຮັບບາດເຈັບ

2024-01-24 11:42:15 cri


    ຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາເປີດເຜີຍໃຫ້ຮູ້ວ່າ: ວັນທີ 23 ມັງກອນນີ້, ມີຍົນຂົນສົ່ງການທະຫານຂອງມຽນມາລຳໜຶ່ງ ໃນເວລາບິນລົງຈອດຢູ່ສະໜາມບິນຂອງລັດມີໂຈຣາມປະເທດອິນເດຍ ເຄື່ອງໂມເຕີຂອງຍົນໄດ້ເກີດຂັດຂ້ອງຢ່າງກະທັນຫັນ ຈົນແລ່ນອອກຈາກທາງລົງຈອດ, ເຮັດໃຫ້ຍົນເພພັງ, ຈຸບິນແລະຜູ້ໂດຍສານລວມ 8 ຄົນໄດ້ຮັບບາດເຈັບ,ສະເພາະຜູ້ບາດເຈັບແມ່ນກຳລັງຖືກປິ່ນປົວຢູ່ໂຮງໝໍ.