ນະຄອນສ່ານໝິງມີອະນາຄົດທີ່ສົດໃສ

2024-01-24 10:13:43 cri



ໃນເມື່ອກ່ອນ, ນະຄອນສ່ານໝິງເຄີຍເປັນຕົວເມືອງນ້ອຍໆແຫ່ງໜຶ່ງທີ່ຊອກຍາກຢູ່ໃນແຜນທີ່ຂອງຈີນ. ໃນຕອນນັ້ນ, ເພື່ອສະໜັບສະໜູນການພັດທະນາຂອງແຂວງຟູຈ້ຽນ, ວິສາຫະກິດອຸດສາຫະກໍາທີ່ສໍາຄັນຈໍານວນໜຶ່ງຂອງແຂວງຟູຈ້ຽນ ກັບ ວິສາຫະກິດຈໍານວນໜຶ່ງຂອງກໍາແພງນະຄອນຊຽງໄຮ້ໄດ້ຍ້າຍມາຢູ່ທີ່ແຫ່ງນີ້, ສາມາດເວົ້າໄດ້ວ່າ, ນະຄອນສ່ານໝິງແມ່ນມີໂຮງງານມາກ່ອນ, ແລ້ວຈຶ່ງມີຕົວເມືອງມານໍາຫຼັງ. ໃນໄລຍະໂຄງປະກອບເສດຖະກິດແຜນການແບບເກື້ອກູນຂອງຈີນ, ລາຍຮັບງົບປະມານຂອງນະຄອນສ່ານໝິງແມ່ນອ່າວດີໃນແຂວງຟູຈ້ຽນ, ແຕ່ຫຼັງຈາກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນໄປ, ວິສາຫະກິດໃນເມື່ອກ່ອນໄດ້ເສຍທ່າແຮງ, ຈຶ່ງເຮັດໃຫ້ເສດຖະກິດຂອງນະຄອນສ່ານໝິງປະເຊີນກັບຈຸດລ້ຽວ.


ເມື່ອປະເຊີນກັບບັນຫາດັ່ງກ່າວ, ທ່ານ ສີຈິ້ນຜິງ ຮອງເລຂາຄະນະພັກແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ. ເພິ່ນກ່າວວ່າ: ເມື່ອເບິ່ງຈາກສະພາບລວມຂອງນະຄອນສ່ານໝິງແລ້ວ, ການພັດທະນາໃນໄລຍະຕໍ່ໜ້ານີ້ຄວນກໍາແໜ້ນ 3 ປະໂຫຍກຄື: “ປະດິດສ້າງດ້ານລະບຽບການ, ໃຫ້ຕະຫຼາດນໍາໜ້າພາທາງ ແລະ ປັບປຸງໂຄງປະກອບ”, ນະຄອນສ່ານໝິງຈຶ່ງຈະມີການປ່ຽນແປງແບບໜ້າມືເປັນຫຼັງມືໄດ້. ຄໍາເວົ້າຂອງເພິ່ນແມ່ນເກົາຖືກບ່ອນຄັນທີ່ສຸດ.

ສໍາລັບປະໂຫຍກທໍາອິດຄືການປະດິດສ້າງດ້ານລະບຽບການ: ໃນຕອນນັ້ນ, ລັດວິສາຫະກິດແມ່ນໄດ້ກວມເອົາສ່ວນໃຫຍ່ຂອງວິສາຫະກິດຢູ່ນະຄອນສ່ານໝິງ, ວິສາຫະກິດເອກະຊົນແມ່ນຫຼ້າຫຼັງທີ່ສຸດ ແລະ ກວມເອົາສ່ວນໜ້ອຍທີ່ສຸດ, ສະນັ້ນ, ເມື່ອລັດວິສາຫະກິດມີປະສິດທິຜົນໜ້ອຍລົງໂດຍທົ່ວໄປ, ກໍບໍ່ຕ່າງຫຍັງກັບໄດ້ແບກຫາບພາລະທີ່ໜັກໜ່ວງ ເຊິ່ງພາລະດັ່ງກ່າວຈະກົດໜ່ວງບາດກ້າວແຫ່ງການພັດທະນາໃນອະນາຄົດຂອງນະຄອນສ່ານໝິງ. ສະນັ້ນ, ຖ້າບໍ່ມີການປະດິດສ້າງດ້ານລະບຽບການແມ່ນຈະບໍ່ມີທາງອອກ.

ປະໂຫຍກທີສອງແມ່ນໃຫ້ຕະຫຼາດນໍາໜ້າພາທາງ. ການພັດທະນາໃນອະນາຄົດຂອງນະຄອນສ່ານໝິງແມ່ນຕ້ອງອາໄສຕະຫຼາດມານໍາໜ້າພາທາງ. ພຽງແຕ່ປັດສະຈາກຮູບແບບພັດທະນາທີ່ເບິ່ງຂ້າມກົດເກນຕະຫຼາດໃນໄລຍະໂຄງປະກອບເສດຖະກິດແຜນການແບບເກື້ອກູນໃນເມື່ອກ່ອນເທົ່ານັ້ນ, ຈຶ່ງຈະສາມາດຄົ້ນພົບທິດທາງແຫ່ງການພັດທະນາຢ່າງຖືກຕ້ອງແມ້ນຢໍາໃນອະນາຄົດໄດ້.

ປະໂຫຍກທີສາມແມ່ນປັບປຸງໂຄງປະກອບ. ໂຄງປະກອບດ້ານອຸດສາຫະກໍາຂອງນະຄອນສ່ານໝິງຕ້ອງໄດ້ຮັບການປັບປຸງຢ່າງຂະໜາດໃຫຍ່, ເນື່ອງຈາກວ່າໝົດນະຄອນແມ່ນຖືເອົາອຸດສາຫະກໍາໜັກເປັນຫຼັກ, ສະນັ້ນ, ຖ້າບໍ່ປັບປຸງໂຄງປະກອບຈະບໍ່ສາມາດປັບໂຕໃຫ້ເຂົ້າກັບການປ່ຽນແປງຂອງຍຸກສະໄໝໄດ້ ແລະ ບໍ່ສາມາດທ່ວງທັນກັບກະແສການພັດທະນາຂອງຍຸກສະໄໝໄດ້.

ນອກນີ້, ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ທາງຫຼວງຂອງນະຄອນສ່ານໝິງໃນປັດຈຸບັນມີພຽງແຕ່ທາງຫຼວງແຫ່ງຊາດເລກ 205 ເສັ້ນດຽວເທົ່ານັ້ນ, ຈາກນະຄອນຟູໂຈ່ວເດີນທາງໄປນະຄອນສ່ານໝິງ, ຖ້າຂີ່ລົດເດີນທາງແຕ່ເຊົ້າຕ້ອງໃຊ້ເວລາຫຼາຍກວ່າເຄິ່ງມື້, ໃນເວລາເດີນທາງ, ກິນເຂົ້າທ່ຽງແລ້ວຕ້ອງເດີນທາງຕໍ່, ການຄົມມະນາຄົມແມ່ນບໍ່ສະດວກທີ່ສຸດ. ສະນັ້ນ, ນະຄອນສ່ານໝິງຕ້ອງຊຸກຍູ້ການປະສານງານລະຫວ່າງການກໍ່ສ້າງຢູ່ເຂດພູກັບເຂດທະເລ, ສິ່ງຮີບດ່ວນທີ່ສຸດໃນປັດຈຸບັນແມ່ນຕ້ອງເລັ່ງລັດສ້າງພື້ນຖານໂຄ່ງລາງ, ຕ້ອງສ້າງເປັນເຄືອຂ່າຍທາງຫຼວງ ແລະ ທາງລົດໄຟທີ່ເຊື່ອມໂຍງບ່ອນຕ່າງໆ, ຈຶ່ງຈະສາມາດແກ້ໄຂອຸປະສັກ ແລະ ການພັດທະນາຢ່າງເປັນເຈົ້າການໄດ້.

ຄໍາໂອ້ລົມຂອງທ່ານ ສີຈິ້ນຜິງ ໄດ້ໃຫ້ທິດຊີ້ນໍາຢ່າງເລິກເຊິ່ງແກ່ອົງການປົກຄອງທ້ອງຖິ່ນ. ຫຼັງຈາກນັ້ນ, ນະຄອນສ່ານໝິງໄດ້ຮັບການປ່ຽນແປງແບບໜ້າມືເປັນຫຼັງມື, ຍ້ອນໄດ້ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງທ່ານ ສີຈິ້ນຜິງ ຢ່າງຕັ້ງໜ້າ, ພ້ອມທັງໄດ້ຈັດຕັ້ງປະຕິບັດທິດຊີ້ນໍາດັ່ງກ່າວຢ່າງມີປະສິດທິຜົນໃນວຽກງານທີ່ລະອຽດ.

ໃນໄລຍະເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ໄດ້ສໍາຫຼວດຄົ້ນຄວ້າວຽກງານຢູ່ນະຄອນສ່ານໝິງເປັນເວລາ 11 ຄັ້ງ ໂດຍໄດ້ເຮັດວຽກຢູ່ທຸກໆເມືອງກໍຄືບ້ານ ແລະ ຕາແສງທີ່ຂຶ້ນກັບນະຄອນສ່ານໝິງເພື່ອຮັບຮູ້ສະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະແຫວງຫາການພັດທະນາ. ການສໍາຫຼວດຄົ້ນຄວ້າຂອງເພິ່ນແມ່ນເລິກເຊິ່ງຫຼາຍ, ໃນເວລາເພິ່ນໄປແລກປ່ຽນກັບຊາວກະສິກອນຢູ່ເຮືອນຂອງເຂົາເຈົ້າ, ເພິ່ນໄດ້ຖາມຢ່າງລະອຽດ ແລະ ໃກ້ຊິດກັບຮາກຖານທີ່ສຸດ.

ມີເທື່ອໜຶ່ງ, ທ່ານ ສີຈິ້ນຜິງ ໄດ້ໄປສໍາຫຼວດກວດກາວຽກງານຢູ່ບ້ານໃໝ່ແຫ່ງໜຶ່ງ ໂດຍໄດ້ລົມເລື່ອງລາວຊີວິດປະຈຳວັນກັບຊາວກະສິກອນທີ່ຫາກໍປຸກເຮືອນ  ໃໝ່, ເພິ່ນຖາມວ່າ: ເຈົ້າປຸກເຮືອນໃໝ່ຫຼັງນີ້, ໄດ້ໃຊ້ເງິນຫຼາຍປານໃດ? ລັດຖະບານໄດ້ໃຫ້ເງິນອຸດໝູນເທົ່າໃດ? ຫຼັງຈາກປຸກເຮືອນແລ້ວໆ, ເງິນຂອງເຈົ້າຍັງພໍຈ່າຍໄດ້ຢູ່ບໍ່? ຄອບຄົວຂອງເຈົ້າມີຈັກຄົນ? ຄວາມຫຍຸ້ງຍາກໃຫຍ່ທີ່ສຸດໃນປັດຈຸບັນແມ່ນຫຍັງ? ການຖາມຕອບຄືແບບນີ້, ໄດ້ເຮັດໃຫ້ປະຊາຊົນຮູ້ສຶກເປັນກັນເອງ ແລະ ອົບອຸ່ນຫຼາຍ, ເວລາຊາວກະສິກອນພົບກັບເພິ່ນກໍບໍ່ຮູ້ສຶກມີຄວາມກົດດັນໃຈ.


ທຸກເທື່ອທີ່ທ່ານ ສີຈິ້ນຜິງ ໄປຊົນນະບົດ, ເພິ່ນລ້ວນແຕ່ໄດ້ເອົາໃຈໃສ່ພະນັກງານບ້ານມີຄວາມສຸດຈະລິດຫຼືບໍ່, ເຂົາເຈົ້າສາມາດເຮັດວຽກຕົວຈິງໃຫ້ແກ່ຊາວບ້ານໃນທ້ອງຖິ່ນໄດ້ຫຼືບໍ່. ເພິ່ນໄດ້ກ່າວເນັ້ນໜັກມາໂດຍຕະຫຼອດວ່າ: ພະນັກງານບ້ານທີ່ດີຄົນໜຶ່ງຈະອົບຮົມສ້າງຖັນແຖວພະນັກງານທີ່ດີໄດ້ກຸ່ມໜຶ່ງ, ຈະນໍາພາປະຊາຊົນລຶບລ້າງຄວາມທຸກຍາກ ແລະ ບັນລຸຄວາມຮັ່ງມີໄດ້. ບາງເທື່ອເພິ່ນຖາມພະນັກງານບ້ານກ່ຽວກັບຄໍາຖາມຈໍານວນໜຶ່ງ, ພະນັກງານບ້ານບາງເທື່ອຕອບບໍ່ໄດ້ ຫຼື ກໍາສະພາບບໍ່ໄດ້ລະອຽດ, ເພິ່ນກໍບໍ່ໄດ້ຕໍາໜິ ແຕ່ຫາກຍັງໃຫ້ກໍາລັງໃຈຫຼາຍກວ່າ. ບາງເທື່ອເພິ່ນຖາມເໝືອນດັ່ງບົດສອບເສັງ, ສິ່ງນີ້ເຮັດໃຫ້ພະນັກງານບ້ານຈໍານວນຫຼາຍຮູ້ສຶກປະທັບໃຈທີ່ສຸດ, ພ້ອມດຽວກັນນີ້, ຍັງເຮັດໃຫ້ເຂົາເຈົ້າຮັບຮູ້ວ່າຄວນເຮັດແນວໃດຈຶ່ງຈະເກັບກໍາສະພາບການ ແລະ ເຮັດວຽກໄດ້ດີໃນຕໍ່ໜ້າ.

ມີອີກເທື່ອໜຶ່ງ, ທ່ານ ສີຈິ້ນຜິງ ໄດ້ໄປສໍາຫຼວດຄົ້ນຄວ້າວຽກງານຢູ່ເມືອງຢົງອ່ານ ຂຶ້ນກັບນະຄອນສ່ານໝິງໂດຍໄດ້ໄປບ້ານເສຍເຮີ້ ຕາແສງສາວຢວນ. ເມື່ອໄດ້ເຫັນການສ້າງສາບ້ານໃໝ່ຂອງບ້ານດັ່ງກ່າວມີຄວາມສວຍງາມ, ເພິ່ນຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ, ພ້ອມທັງໄດ້ຖາມບັນຫາຕ່າງໆຢ່າງລະອຽດ ເຊັ່ນ: ເນື້ອທີ່ກໍ່ສ້າງ, ທຶນຮອນຂອງການກໍ່ສ້າງ, ແຫຼ່ງທີ່ມາຂອງຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ ແລະ ລາຍຮັບຂອງຊາວກະສິກອນ ເປັນຕົ້ນ.

ໃນເວລາໂອ້ລົມກັບຊາວກະສິກອນພາຍໃນບ້ານ, ທ່ານ ສີຈິ້ນຜິງ ຖາມວ່າ: ພວກສະຫາຍປຸກເຮືອນຫຼັງງາມໆແບບນີ້ແລ້ວ, ຍັງມີບ່ອນລ້ຽງເປັດລ້ຽງໝູບໍ່?

ຊາວກະສິກອນຕອບວ່າ: ດຽວນີ້ພວກເຮົາບໍ່ໄດ້ລ້ຽງຢູ່ໃນເຮືອນແລ້ວ, ເພາະວ່າທາງບ້ານໄດ້ຈັດສັນດິນຕອນໜຶ່ງໃຫ້ເປັນການສະເພາະ, ທຸກຄົນແມ່ນລ້ຽງຢູ່ບ່ອນນັ້ນຢ່າງເປັນເອກະພາບກັນ, ແຕ່ລະຄອບຄົວລ້ວນແຕ່ມີບ່ອນລ້ຽງສະເພາະຂອງໃຜລາວ.

ທ່ານ ສີຈິ້ນຜິງ ເວົ້າກັບທຸກຄົນວ່າ: ແນວນີ້ດີຫຼາຍເນາະ. ອີກຢ່າງໜຶ່ງ, ພວກສະຫາຍມີເຮືອນດີແບບນີ້ແລ້ວ, ຢ່າເອົາຟືນ, ຫຍ້າ ແລະ ເຟືອງກອງໄວ້ຢູ່ດ້ານ   ໜ້າ ແລະ ດ້ານຫຼັງຂອງເຮືອນອີກຕໍ່ໄປເດີ, ຄວນແປງທາງໃຫ້ດີກວ່າເກົ່າ ແລະ ປະກອບສ່ວນເຂົ້າໃນການສ້າງສາບ້ານໃຫ້ກາຍເປັນສີຂຽວ.

ທ່ານ ສີຈິ້ນຜິງ ຍັງໄດ້ໄປຢ້ຽມຢາມສວນສາທາລະນະຊາວກະສິກອນຂອງບ້ານດັ່ງກ່າວ ເຊິ່ງສວນສາທາລະນະດັ່ງກ່າວແມ່ນເຮັດໄດ້ດີເຊັ່ນດຽວກັນ. ທ່ານ ສີຈິ້ນຜິງ ເວົ້າກັບພະນັກງານຕາແສງວ່າ: ຕາແສງຂອງພວກສະຫາຍມີຊື່ສຽງຫຼາຍ, ຂ້າພະເຈົ້າມານີ້ແມ່ນເພື່ອຖອດຖອນບົດຮຽນນໍາ, ພວກສະຫາຍເຮັດໄດ້ດີຫຼາຍ, ຖ້າເຮັດໄດ້ດີກວ່ານີ້ອີກໜ້ອຍໜຶ່ງກໍຖືວ່າສຸດຍອດແລ້ວ. ພວກສະຫາຍຕ້ອງແປງທາງໃຫ້ດີ, ສ້າງ ແລະ ຄຸ້ມຄອງພື້ນທີ່ສີຂຽວ ແລະ ສິ່ງກໍ່ສ້າງສາທາລະນະໃຫ້ດີຂຶ້ນຕື່ມອີກ.

ຈາກນັ້ນ, ທ່ານ ສີຈິ້ນຜິງ ໄດ້ເວົ້າກັບການນໍານະຄອນສ່ານໝິງທີ່ຕິດຕາມເພິ່ນໄປສໍາຫຼວດຄົ້ນຄວ້າວຽກງານວ່າ: ນະຄອນສ່ານໝິງເປັນເຂດພູດອຍ, ພວກເຮົາຕ້ອງມີຄວາມໝັ້ນໃຈຕໍ່ການພັດທະນາເຂດພູດອຍ, ຢ່າຖືເບົາເຂດພູດອຍໃດ, ເຂດພູດອຍມີເງື່ອນໄຂດີຫຼາຍ, ພູກໍດີນໍ້າກໍດີ, ພວກເຮົາຕ້ອງວາດພາບ “ພູ ແລະ ນໍ້າ” ໃຫ້ດີ.

ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ພວກເຮົາຄວນສືບຕໍ່ຊີ້ນໍາບ້ານຕົວແບບໃຫ້ດີກວ່າເກົ່າ ເພື່ອໃຫ້ກາຍເປັນແບບຢ່າງສາທິດທີ່ມີມາດຕະຖານສູງຂອງເມືອງຢົງອ່ານນະຄອນສ່ານໝິງ, ສິ່ງນີ້ມີຄວາມໝາຍເປັນແບບຢ່າງຕໍ່ການລຶບລ້າງຄວາມທຸກຍາກເພື່ອກ້າວເຂົ້າສູ່ການສ້າງສັງຄົມອີ່ມໜໍາສໍາລານໃຫ້ແກ່ຊາວກະສິກອນ.



ອາຫານພື້ນເມືອງຊ່າຊ້ຽນ

ພາຍໃຕ້ການຊຸກຍູ້ຂອງ ທ່ານ ສີຈິ້ນຜິງ, ອາຫານພື້ນເມືອງຊ່າຊ້ຽນໄດ້ເລີ່ມຈາກນະຄອນສ່ານໝິງກ້າວອອກສູ່ເວທີໂລກ ແລະ ໄດ້ກາຍເປັນອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບຈາກທົ່ວໂລກ ເຊິ່ງໄດ້ເປີດຮ້ານອາຫານພື້ນເມືອງຊ່າຊ້ຽນຢູ່ນະຄອນຕ່າງໆໃນທົ່ວໂລກ ເຊັ່ນ: ນະຄອນໂຕກຽວ, ນິວຢອກ, ປາຣີ ເປັນຕົ້ນ; ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກໄດ້ເປັນຕົວແບບຂອງຈີນ, ນະຄອນສ່ານໝິງຖືກຈັດເຂົ້າເປັນສູນໂຄສະນາເຜີຍແຜ່ບົດຮຽນດ້ານການລົງເລິກການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກຂອງຈີນ; ພ້ອມດຽວກັນນີ້, ການປະຕິຮູບລະບຽບການດ້ານກໍາມະສິດປ່າໄມ້ລວມໝູ່ຂອງນະຄອນສ່ານໝິງກໍຢູ່ໃນລະດັບແຖວໜ້າຂອງຈີນ ແລະ ນະຄອນສ່ານໝິງຖືກຈັດເຂົ້າເປັນນະຄອນທົດລອງສັງລວມດ້ານການປະຕິຮູບ ແລະ ພັດທະນາຂະ   ແໜງປ່າໄມ້ຂອງຈີນ... ຜົນສໍາເລັດເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນວ່າ: ນະຄອນສ່ານໝິງມີອະນາຄົດທີ່ສົດໃສກວ່າເກົ່າ.



ສູນບໍລິການດ້ານການປະກັນສຸຂະພາບຢູ່ໂຮງໝໍເມືອງຊ່າຊ້ຽນ