ລັດຖະສະພາຕູຣາເຄຍອະນຸມັດໃຫ້ຊູແອດເຂົ້າເປັນສະມາຊິກກຸ່ມນາໂຕ

2024-01-24 10:21:31 cri

ວັນທີ 23 ມັງກອນນີ້, ສະພາປະຊາຊົນຕູຣາເຄຍໄດ້ເປິກສາຫາລືຕໍ່ຍັດຕິກ່ຽວກັບຂໍ້ຜູກພັນໃຫ້ຊູແອດເຂົ້າເປັນສະມາຊິກກຸ່ມນາໂຕ. ໃນການລົງຄະແນນສຽງທີ່ຈັດຂຶ້ນຕາມຫຼັງ, ມີສະມາຊິກສະພາ 346 ທ່ານໄດ້ເຂົ້າຮ່ວມການປ່ອນບັດ, ມີ 287 ທ່ານປ່ອນບັດເຫັນດີ, 55 ທ່ານປ່ອນບັດຄັດຄ້ານ ແລະ 4 ທ່ານບໍ່ອອກສຽງ. ໃນທີ່ສຸດ, ສະພາປະຊາຊົນຕູຣາເຄຍໄດ້ຮັບຮອງເອົາຍັດຕິສະບັບນີ້ດ້ວຍສຽງເຫັນດີຫຼາຍຖ້ວມທົ້ນ.


ວັນທີ 24 ຕຸລາປີ 2023, ທ່ານຣີເຊບ ຕາຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍໄດ້ຍື່ນຍັດຕິອະນຸມັດໃຫ້ຊູແອດເຂົ້າເປັນສະມາຊິກກຸ່ມນາໂຕໃຫ້ລັດຖະສະພາ, ແຕ່ວາລະການຄົ້ນຄວ້າພິຈາລະນາຕໍ່ຍັດຕິສະບັບນີ້ຖືກແກ່ຍາວເວລາຫຼາຍເທື່ອ, ຈົນເຖິງວັນທີ 26 ທັນວາປີຜ່ານມາ, ກຳມາທິການການຕ່າງປະເທດສະພາປະຊາຊົນຕູຣາເຄຍຈິ່ງໄດ້ຮັບຮອງເອົາຍັດຕິກ່ຽວກັບຂໍ້ຜູກພັນທີ່ໃຫ້ຊູແອດເຂົ້າເປັນສະມາຊິກກຸ່ມນາໂຕ ເພື່ອຍື່ນໃຫ້ສະພາປະຊາຊົນຕູຣາເຄຍຄົ້ນຄວ້າພິຈາລະນາ.