ຖືເອົາການຮັບປະກັນສຸຂະພາບຂອງປະຊາຊົນໄວ້ຢູ່ໃນຖານະຍຸດທະສາດແຫ່ງການພັດທະນາເປັນບຸລິມະສິດ

2024-01-25 16:14:09 cri

 



   ທ່ານ ສີຈິ້ນຜິງ ໄດ້ສ້າງແນວຄິດສຳຄັນ ແລະ ພຶດຕິກຳສຳຄັນຕ່າງໆຢູ່ແຂວງຟູຈ້ຽນ, ເພິ່ນມີສາຍໃຍຜູກພັນຢ່າງເລິກເຊິ່ງກັບປະຊາຊົນຟູຈ້ຽນ. ເພິ່ນໄດ້ເອົາໃຈໃສ່ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກຢູ່ນະຄອນສ່ານ  ໝິງ ໂດຍຍ້ອງຍໍຊົມເຊີຍວ່າ “ນີ້ຄືນ້ຳໃຈທີ່ກ້າເຮັດກ່ອນໝູ່ຢ່າງໜຶ່ງ.” ເພິ່ນຖືເອົາສຸຂະພາບຂອງປະຊາຊົນໄວ້ຢູ່ໃນໃຈສະເໝີ ໂດຍເນັ້ນໜັກວ່າ “ຕ້ອງຖືເອົາການຮັບປະກັນສຸຂະພາບຂອງປະຊາຊົນໄວ້ຢູ່ໃນຖານະຍຸດທະສາດແຫ່ງການພັດທະນາເປັນບຸລິມະສິດ”.


ວັນທີ 23 ມີນາ 2021, ທ່ານ ສີຈິ້ນຜິງ ທີ່ພວມສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງຟູຈ້ຽນໄດ້ເດີນທາງໄປໂຮງໝໍເມືອງຊ່າຊ້ຽນ, ບ້ານຢວີປ່າງ ຕາແສງເຊ້ຍມ້າວ ແລະ ສູນຕະຫຼາດຊັບສິນຊົນນະບົດເມືອງຊ່າຊ້ຽນ ນະຄອນສ່ານໝິງ ຕາມລຳດັບເພື່ອເກັບກຳສະພາບການຕ່າງໆຂອງທ້ອງຖິ່ນແຫ່ງນີ້ ເຊັ່ນ: ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກ, ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນ, ການລົງເລິກການປະຕິຮູບລະບຽບການກ່ຽວກັບກຳມະສິດປ່າໄມ້ແລະອື່ນໆ.

 



ເດືອນມີນາປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄປສຳຫຼວດຄົ້ນຄວ້າວຽກງານຢູ່ໂຮງໝໍເມືອງຊ່າຊ້ຽນນະຄອນສ່ານໝິງແຂວງຟູຈ້ຽນ 


 ໃນເວລາສຳຫຼວດກວດກາວຽກງານຢູ່ໂຮງໝໍເມືອງຊ່າຊ້ຽນ ນະຄອນສ່ານໝິງ, ທ່ານ ສີຈິ້ນຜິງ ໄດ້ຍ້ອງຍໍຊົມເຊີຍພະນັກງານໂຮງໝໍວ່າ “ຂ້າພະເຈົ້າໄດ້ເອົາໃຈໃສ່ຕິດຕາມການປະຕິຮູບຂອງພວກສະຫາຍທີ່ສຸດ. ນີ້ຄືນ້ຳໃຈທີ່ກ້າເຮັດກ່ອນໝູ່ຢ່າງໜຶ່ງ, ເປັນສະຕິຕື່ນຕົວ ແລະ ມີຄວາມຮັບຜິດຊອບໃນການຖືເອົາປະຊາຊົນສຳຄັນກວ່າໝູ່ ແລະ ຖືເອົາຊີວິດປະຊາຊົນສຳຄັນກວ່າໝູ່.”

ໃນໄລຍະເຮັດວຽກຢູ່ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ໄດ້ລົງເຄື່ອນໄຫວເຮັດວຽກສຳຫຼວດຄົ້ນຄວ້າຢູ່ນະຄອນສ່ານໝິງ 11 ເທື່ອ, ໃຫ້ຄຳຊີ້ນຳສຳຄັນ 16 ເທື່ອ ຕາມລຳດັບລະຫວ່າງປີ 1996 ຫາ ປີ 2002. ປີ2021, ຫຼັງຈາກກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ກອງປະຊຸມສອງສະພາ, ບ່ອນທຳອິດທີ່ ທ່ານ ສີຈິ້ນຜິງ ໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນແມ່ນແຂວງຟູຈ້ຽນ, ເພິ່ນໄດ້ເດີນທາງໄປຢ້ຽມຢາມນະຄອນສ່ານໝິງອີກຄັ້ງໜຶ່ງ. ສຳລັບບັນຫາທີ່ຄວນລົງເລິກການປະຕິຮູບຢ່າງຮອບດ້ານ ໂດຍນຳໃຊ້ສະພາບການທີ່ເອື້ອອຳນວຍຄືແນວໃດ? ທ່ານ ສີຈິ້ນຜິງ ໄດ້  ແນະນຳວິທີແກ້ໄຂ ຄື: ຕ້ອງສະໜອງການຮັບປະກັນທີ່ໄວ້ໃຈໄດ້ ເພື່ອສຸຂະພາບຂອງປະຊາຊົນ.

  ນະຄອນສ່ານໝິງມີປະຊາຊົນບໍ່ຮອດ 3.000.000 ຄົນ, ຢູ່ໃນປະເທດຈີນ ຖືວ່າເປັນຕົວເມືອງທີ່ມີປະຊາກອນໜ້ອຍ, ຂະໜາດເສດຖະກິດນ້ອຍ, ພະນັກງານບຳນານກວມອັດຕາສ່ວນອ່າວສູງ, ເຄີຍປະເຊີນໜ້າກັບສະພາບການທີ່ “ຍັງບໍ່ທັນຮັ່ງມີ, ປະຊາກອນມີອາຍຸສູງຂຶ້ນກ່ອນ, ລາຍຮັບຂອງກອງທຶນປະກັນສຸຂະພາບບໍ່ສາມາດຕອບສະໜອງກັບລາຍຈ່າຍໄດ້.” ຂະນະທີ່ກອງທຶນປະສານງານ ເພື່ອການປະກັນສຸຂະພາບສຳລັບພະນັກງານແມ່ນຕິດໜີ້ຢ່າງຫຼວງຫຼາຍ.

  ເພື່ອແນໃສ່ແກ້ໄຂບັນຫາຕ່າງໆ ເຊັ່ນ: ລາຄາຢາປົວພະຍາດ ແລະ ອຸປະກອນການແພດສູງເກີນໄປ, ຄ່າປິ່ນປົວແພງ, ການເຂົ້າເຖິງການບໍລິການປິ່ນປົວມີຄວາມຫຍຸ້ງຍາກ ແລະອື່ນໆ. ນະຄອນສ່ານໝິງໄດ້ຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ເພື່ອແກ້ໄຂຂໍ້ບົກຜ່ອງດ້ານໂຄງປະກອບ ແລະ ກົນໄກຕ່າງໆ. ປີ 2012,   ນະຄອນສ່ານໝິງໄດ້ສຸມໃສ່ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກ, ວາງມາດຕະການເປັນຄັ້ງທຳອິດເພື່ອອັດຕັນ “ເສັ້ນທາງເກົ່າແຫ່ງການລ້ຽງໂຮງໝໍດ້ວຍການຢາ”. ລະຫວ່າງ ປີ 2013 ຫາ 2019, ນະຄອນສ່ານໝິງໄດ້ປັບປຸງມາດຖານການເກັບຄ່າບໍລິການຮັກສາສຸຂະພາບທັງໝົດ 7 ເທື່ອຕາມລຳດັບ, ຍົກສູງອັດຕາສ່ວນຂອງລາຍຮັບດ້ານການບໍລິການທາງການແພດຂອງໂຮງໝໍ. ປີ 2015, ໄດ້ປະຕິບັດລະບຽບການດ້ານຄ່າແຮງງານເປົ້າໝາຍປະຈຳປີຂອງພະນັກງານທົ່ວໂຮງໝໍລັດ… ຕົວເມືອງແຫ່ງນີ້ໄດ້ແກ້ໄຂບັນຫາການພັດທະນາດ້ວຍຮູບການປະຕິຮູບຢ່າງບໍ່ຢຸດຢັ້ງ ໂດຍສາມາດບຸກບືນຜ່ານຜ່າອຸປະສັກຕ່າງໆ ແລ້ວກ້າວໄປຂ້າງໜ້າຢູ່ຕະຫຼອດ.

 ຕໍ່ກັບຂໍ້ຫຍຸ້ງຍາກທີ່ນະຄອນສ່ານໝິງ ໄດ້ພົບພໍ້ໃນເວລາດຳເນີນການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກນັ້ນ, ທ່ານ ສີຈິ້ນຜິງ ໄດ້ມີຄວາມຫ່ວງໃຍມາໂດຍຕະຫຼອດ. ສ່ວນບົດຮຽນລັກສະນະຕົວແບບທີ່ເກີດຈາກການປະຕິຮູບ, ເພິ່ນໄດ້ຍ້ອງຍໍຊົມເຊີຍເປັນຢ່າງສູງຫຼາຍເທື່ອ.

ວັນທີ 24 ມີນາ 2017, ໃນກອງປະຊຸມໜ່ວຍນຳພາລົງເລິກການປະຕິຮູບຢ່າງຮອບດ້ານສູນກາງພັກກອມມູນິດຈີນເທື່ອ 33, ທ່ານ ສີຈິ້ນຜິງ ໄດ້ຊີ້ອອກວ່າ: “ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກຂອງສ່ານໝິງ ແມ່ນມີທິດທາງທີ່ຖືກຕ້ອງ, ມີປະສິດທິຜົນທີ່ຊັດເຈນ, ຕ້ອງເອົາໃຈໃສ່ເຜີຍແຜ່ຢ່າງກວ້າງຂວາງ.”

ເດືອນສິງຫາ ປີ 2019, ກອງປະຊຸມຊຸກຍູ້ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນສ່ານໝິງ, ການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກ ເຊິ່ງເປັນບັນຫາຫຍຸ້ງຍາກລັກສະນະທົ່ວໂລກໄດ້ຮັບການແກ້ໄຂຢູ່ໃນກອງປະຊຸມຄັ້ງນີ້, ບົດຮຽນຕົວແບບການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກຂອງສ່ານໝິງໄດ້ຖືກເຜີຍແຜ່ໄປສູ່ທົ່ວປະເທດຈີນ. ນະຄອນສ່ານໝິງໃນຖານະເປັນສູນເຜີຍແຜ່ບົດຮຽນການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກພຽງແຫ່ງ  ດຽວຢູ່ຈີນ, ໃນບັນດາໜ້າວຽກຈຸດສຸມຂອງການລົງເລິກການປະຕິຮູບໂຄງປະກອບ ດ້ານການຢາ ແລະ ສາທາລະນະສຸກຈີນ ປີ 2021, ຂໍ້ທີໜຶ່ງແມ່ນອອກແຮງເຜີຍແຜ່ບົດຮຽນການປະຕິຮູບໂຄງປະກອບດ້ານການຢາ ແລະ ສາທາລະນະສຸກຂອງນະຄອນສ່ານໝິງ.

  ສິ່ງທີ່ປະຊາຊົນຮູ້ສຶກປະທັບໃຈທີ່ສຸດ ແມ່ນການປະຕິຮູບທີ່ຖືເອົາຄົນເປັນໃຈກາງ ເຊິ່ງລວມທັງສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍ “2 ບໍ່ກັງວົນ 3 ຮັບປະກັນ” ຄື: ບໍ່ກັງວົນນຳການກິນ ແລະ ການນຸ່ງຫົ່ມ, ຮັບປະກັນການ ສຶກສາພາກບັງຄັບ, ການປິ່ນປົວຂັ້ນພື້ນຖານ ແລະ ມີເຮືອນຢູ່ຖາວອນ, ກໍຄືພາຍຫຼັງໄດ້ຮັບໄຊຊະນະຈາກບັ້ນລຶບລ້າງຄວາມທຸກຍາກແລ້ວ, ຈີນໄດ້ເພີ່ມທະວີການປຸກລະດົມຂົນຂວາຍທົ່ວສັງຄົມໃຫ້ສ້າງສາຄວາມຮັ່ງມີຮ່ວມກັນໃນທັນທີ. ທ່ານ ສີຈິ້ນຜິງ ໄດ້ນຳພາການປະຕິຮູບຢ່າງຕໍ່ເນື່ອງ, ຍຶດໝັ້ນການຄຸ້ມຄອງພັກຢ່າງເຂັ້ມງວດ ແລະ ການປະຕິວັດໂດຍຕົນເອງ ເຊິ່ງຈຸດປະສົງກໍເພື່ອຄອງອຳນາດຢ່າງຕໍ່ເນື່ອງ, ຫຼຸດພົ້ນຈາກກົດເກນປະຫວັດສາດແຫ່ງການຈາກຄວາມຈະເລີນໄປສູ່ຄວາມຊຸດໂຊມ,  ເຮັດໃຫ້ປະເທດຊາດມີຄວາມສະຫງົບ ແລະ ປະຊາຊົນຢູ່ເຢັນເປັນສຸກ.