ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຂົນສົ່ງຜູ້ໂດຍສານທັງໝົດ 1,45 ລ້ານເທື່ອຄົນ ພາຍຫຼັງໄດ້ເປີດນຳໃຊ້ມາເປັນເວລາ 100 ວັນ

2024-01-25 10:53:19 cri

ແຫຼ່ງຂ່າວຈາກບໍລິສັດທາງລົດໄຟສາກົນຈີນຈຳກັດໃຫ້ຮູ້ວ່າ: ນັບມາຮອດວັນທີ 24 ມັງກອນນີ້, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຂົນສົ່ງຜູ້ໂດຍສານທັງໝົດ 1,45 ລ້ານເທື່ອຄົນ ພາຍຫຼັງໄດ້ເປີດນຳໃຊ້ມາເປັນເວລາ 100 ວັນ, ມື້ສູງສຸດ, ບ່ອນນັ່ງຂອງຜູ້ໂດຍສານເຕັມ 99,6%, ໄດ້ຂົນສົ່ງຜູ້ໂດຍສານຫຼາຍສົມຄວນຢ່າງຕໍ່ເນື່ອງ ເຊິ່ງໄດ້ອຳນວຍຄວາມສະດວກສະບາຍ ແລະ ວ່ອງໄວໃນການອອກເດີນທາງໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ.


ພາຍຫຼັງເປີດນຳໃຊ້ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງແລ້ວ, ເວລາການເດີນທາງຈາກນະຄອນຫຼວງຈາກາຕາຫານະຄອນບັນດຸງໄດ້ຫຼຸດຈາກ 3 ຊົ່ວໂມງປາຍໃນອະດີດລົງເປັນ 46 ນາທີໃນປັດຈຸບັນ, ໄດ້ອຳນວຍວິທີການອອກເດີນທາງທີ່ປອດໄພ, ສີຂຽວ, ມີປະສິດທິພາບສູງ ແລະ ສະບາຍໃຫ້ແກ່ປະຊາຊົນອິນໂດເນເຊຍ.


ຂະບວນລົດໄຟຄວາມໄວສູງທີ່ເປີດບໍລິການໃນທຸກມື້ໄດ້ເພີ່ມຈາກ 14 ຂະບວນໃນຕອນເລີ່ມຕົ້ນຂຶ້ນເປັນ 40 ຂະບວນໃນປັດຈຸບັນ, ບ່ອນນັ່ງຜູ້ໂດຍສານໄດ້ເພີ່ມຈາກ 8.000 ກວ່າບ່ອນນັ່ງຂຶ້ນເປັນ 24.000 ກວ່າບ່ອນນັ່ງ, ຂະບວນລົດໄຟຍັງໄດ້ເພີ່ມຂຶ້ນເປັນ 48 ຂະບວນຕໍ່ມື້ໃນໄລຍະທີ່ມີຜູ້ໂດຍສານຫຼາຍໃນວັນທ້າຍສັບປະດາ, ຮ້ອຍມື້ມານີ້ໄດ້ເປີດຂະບວນລົດໄຟທັງໝົດ 3.487 ຂະບວນ, ມື້ສູງສຸດໄດ້ຂົນສົ່ງຜູ້ໂດຍສານ 21.537 ເທື່ອຄົນ.