ນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ຮົງກາຣີສະໜັບສະໜູນຊູແອດເຂົ້າເປັນປະເທດສະມາຊິກນາໂຕ

2024-01-25 14:46:04 cri

ວັນທີ 24 ມັງກອນນີ້, ທ່ານໂອບັນ ວິກໂຕ ນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ທ່ານໄດ້ສົນທະນາທາງໂທລະສັບກັບທ່ານເຈນສ ສະໂຕນເຕນເບີກ ເລຂາທິການໃຫຍ່ອົງການນາໂຕ ໂດຍກ່າວຢ້ຳອີກເທື່ອໜຶ່ງວ່າ: ລັດຖະບານຮົງກາຣີສະໜັບສະໜູນຊູແອັດເຂົ້າເປັນປະເທດສະມາຊິກນາໂຕ.

ທ່ານໂອບັນ ວິກໂຕໄດ້ລົງບົດຄວາມທາງສື່ສັງຄົມອອນລາຍວ່າ: ທ່ານຈະສືບຕໍ່ຊຸກຍູ້ໃຫ້ສະພາແຫ່ງຊາດຮົງກາຣີລົງຄະແນນສຽງສະໜັບສະໜູນໃຫ້ຊູແອດເຂົ້າເປັນປະເທດສະມາຊິກນາໂຕ.

ຫຼັງຈາກນັ້ນ, ທ່ານເຈນສ ສະໂຕນເຕນເບີກ ໄດ້ລົງບົດຄວາມຜ່ານທາງສື່ສັງຄົມອອນລາຍວ່າ: ຂໍສະແດງຄວາມຊົມເຊີຍຕໍ່ທ່ານໂອບັນ ວິກໂຕ ແລະ ລັດຖະບານຮົງກາຣີທີ່ກ່າວສະໜັບສະໜູນຊູແອດໃຫ້ເຂົ້າເປັນປະເທດສະມາຊິກນາໂຕຢ່າງຊັດເຈນ, ຫວັງວ່າຫຼັງຈາກສະພາແຫ່ງຊາດຮົງກາຣີຈະຈັດກອງປະຊຸມຄັ້ງໃໝ່ເພື່ອອະນຸມັດໃຫ້ຊູແອດເຂົ້າເປັນປະເທດສະມາຊິກນາໂຕໂດຍໄວ.

ວັນທີ 23 ມັງກອນນີ້, ສະພາປະຊາຊົນຕຸຣາເຄຍໄດ້ລົງຄະແນນສຽງຮັບຮອງເອົາຍັດຕິກ່ຽວກັບຊູແອດເຂົ້າເປັນປະເທດສະມາຊິກນາໂຕ. ມາຮອດປັດຈຸບັນ, ໃນບັນດາປະເທດສະມາຊິກນາໂຕ, ຍັງເຫຼືອແຕ່ຮົງກາຣີປະເທດດຽວທີ່ຍັງບໍ່ທັນໄດ້ອະນຸມັດໃຫ້ຊູແອດເຂົ້າເປັນປະເທດສະມາຊິກນາໂຕເທື່ອ.