ຈີນຍ້ອງຍໍຟິລິບປິນກ່າວຢ້ຳຈຸດຢືນນະໂຍບາຍປະເທດຈີນດຽວ

2024-01-25 11:24:16 CRI

    ວັນທີ 24 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ. ມີນັກຂ່າວຖາມວ່າ:ໃນເວລາໃຫ້ສຳພາດໃນຕອນຄ່ຳວັນທີ 23 ມັງກອນນີ້ ທ່ານເຟີດີນານດ໌ໂມມົວເດັສ ມາໂກສ ປະທານາທິບໍດີຟິລິບປິນໄດ້ກ່າວຢ້ຳຢ່າງຈະແຈ້ງວ່າ, ຟິລິບປິນຍຶດໝັ້ນນະໂຍບາຍປະເທດຈີນດຽວ, ສິ່ງນີ້ບໍ່ໄດ້ປ່ຽນແປງ ແລະ ກໍ່ຈະບໍ່ປ່ຽນແປງ. ຟິລິບປິນບໍ່ສະໜັບສະໜູນໃຫ້“ໄຕ້ຫວັນເປັນເອກະລາດ”. ໄຕ້ຫວັນແມ່ນແຂວງໜຶ່ງຂອງຈີນ, ຈີນຈະທ້ອນໂຮມໄຕ້ຫວັນແນວໃດແມ່ນວຽກງານພາຍໃນຂອງຈີນ. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


 

    ທ່ານວ່າງເວີນປິ່ນຕອບວ່າ: ຈີນຍ້ອງຍໍຟິລິບປິນກ່າວຢ້ຳຈຸດຢືນນະໂຍບາຍປະເທດຈີນດຽວ, ເນັ້ນໜັກວ່າໄຕ້ຫວັນແມ່ນແຂວງໜຶ່ງຂອງຈີນ ແລະ ບໍ່ສະໜັບສະໜູນໃຫ້ “ໄຕ້ຫວັນເປັນເອກະລາດ”. ໄຕ້ຫວັນແມ່ນດິນແດນສ່ວນໜຶ່ງທີ່ແບ່ງແຍກບໍ່ໄດ້ເດັດຂາດຂອງຈີນ. ຈີນທ້ອນໂຮມເປັນເອກະພາບກັນແມ່ນຄວາມປາດຖະໜາຮ່ວມຂອງຄົນທັງຫຼາຍ ແລະ ແມ່ນທ່ວງທ່າທີ່ຕ້ອງເປັນໄປ. ການກະທຳທີ່ໃຫ້ “ໄຕ້ຫວັນເປັນເອກະລາດ” ໃດໆກໍ່ຍ່ອມຈະປະສົບຄວາມຫຼົ້ມແຫຼວ.