ສະພາຄວາມໝັ້ນຄົງ ສປຊ ຕົກລົງເປິກສາຫາລືກັນກ່ຽວກັບເລື່ອງທີ່ເຮືອບິນຂົນສົ່ງ IL-76 ເກີດອຸບັດເຫດຍົນຕົກ

2024-01-25 10:34:24 cri

ວັນທີ 24 ມັງກອນນີ້, ປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ເປິກສາຫາລືກັບບັນດາປະເທດສະມາຊິກແລ້ວ, ສະພາຄວາມໝັ້ນຄົງ ສປຊ ຕົກລົງຈັດກອງປະຊຸມເປີດເຜີຍ ກ່ຽວກັບເລື່ອງທີ່ເຮືອບິນຂົນສົ່ງ IL-76 ເກີດອຸບັດເຫດຍົນຕົກ.


ຕອນເຊົ້າວັນທີ 24 ມັງກອນນີ້, ທ່ານເຊີແກ ລາຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທີ່ພວມຢ້ຽມຢາມ ສປຊ ກ່າວວ່າ: ກ່ອນໜ້ານີ້, ຣັດເຊຍ ແລະ ອູແກຣນໄດ້ກ້າວເຖິງຂັ້ນເຊັນສັນຍາກ່ຽວກັບການແລກປ່ຽນຊະເລີຍເສິກ, ແຕ່ເຮືອບິນທະຫານຣັດເຊຍ ທີ່ໄດ້ບັນທຸກຊະເລີຍເສິກຝ່າຍອູແກຣນຍັງຖືກອູແກຣນຍິງຕົກ. ຣັດເຊຍຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນໃນເລື່ອງນີ້.