ຈີນຕ້ານການກໍ່ການຮ້າຍຕາມກົດໝາຍ ເພື່ອຮັບປະກັນສິດທິມະນຸດຂອງປະຊາຊົນອັນໄພສານໂດຍພື້ນຖານ

2024-01-25 10:45:39 CRI


ວັນທີ 23 ມັງກອນນີ້ຕາມເວລາທ້ອງຖິ່ນ ຢູ່ນະຄອນຫຼວງເຊີແນວປະເທດສວິດ, ໃນເວລາເຂົ້າຮ່ວມການພິຈາລະນາສະພາບສິດທິມະນຸດຂອງປະເທດຕ່າງໆໃນຮອບທີ 4 ຂອງສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ, ຈີນໄດ້ແນະນຳເສັ້ນທາງ ແລະ ຜົນສຳເລັດແຫ່ງການພັດທະນາສິດທິມະນຸດຂອງຕົນ.   ມີ 120 ກວ່າປະເທດໄດ້ຕີລາຄາຢ່າງຕັ້ງໜ້າ ແລະ ພາຍໃນເວລາ 1 ນາທີທີ່ປະກອບຄຳເຫັນ, ຜູ້ຕາງໜ້າບາງປະເທດໄດ້ສະແດງຄວາມຊົມເຊີຍຕໍ່ສະພາບການປົກປ້ອງສິດທິມະນຸດຂອງຈີນ. ເຊິ່ງເຮັດໃຫ້ບາງປະເທດຕາເວັນຕົກທີ່ເຈຕະນາສວຍໃຊ້ບັນຫາຊິ່ນຈ່ຽງຈີນເພື່ອເຮັດໃຫ້ການພິຈາລະນາສະພາບສິດທິມະນຸດຫັນເປັນບັນຫາການເມືອງນັ້ນປະສົບຄວາມຫຼົ້ມແຫຼວຢ່າງອັບອາຍຂາຍໜ້າ.


ລັດທິກໍ່ການຮ້າຍເປັນສັດຕູຮ່ວມຂອງມວນມະນຸດ, ຈີນກໍເປັນປະເທດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງເຊັ່ນກັນ. ຖືເອົາເຂດຊິ່ນຈ່ຽງທີ່ເປັນສະໜາມຮົບຕົ້ນຕໍແຫ່ງການຕ້ານການກໍ່ການຮ້າຍເປັນຕົວຢ່າງ. ເລີ່ມແຕ່ປີ 1990 ຫາທ້າຍປີ 2016, ຢູ່ເຂດຊິ່ນຈ່ຽງຈີນໄດ້ເກີດເຫດການກໍ່ການຮ້າຍຢ່າງໜັກໜ່ວງຫຼາຍພັນເທື່ອ, ເຮັດໃຫ້ປະຊາຊົນຜູ້ບໍລິສຸດຈຳນວນຫຼວງຫຼາຍເສຍຊີວິດ. ຄວາມຢ້ານກົວ, ການບາດເຈັບ, ການເສຍຊີວິດ, ການພັດທະນາຖືກຢຸດສະງັກ, ຜົນຢ້ອນຫຼັງເຫຼົ່ານີ້ໄດ້ເຮັດໃຫ້ຄົນທັງຫຼາຍມີຄວາມຮັບຮູ້ຢ່າງຈະແຈ້ງວ່າ, ຕ້ອງຕັ້ງໜ້າຕໍ່ຕ້ານການກໍ່ການຮ້າຍທຸກຮູບແບບຕາມກົດໝາຍຈຶ່ງສາມາດຮັບປະກັນສິດທິມະນຸດໂດຍພື້ນຖານໄດ້.


ວັນທີ 23 ມັງກອນນີ້, ຈີນໄດ້ເຜີຍແຜ່ປື້ມປົກຂາວ “ລະບົບລະບຽບກົດໝາຍ  ແລະ ພຶດຕິກຳຕ້ານການກໍ່ການຮ້າຍຂອງຈີນ”, ໂດຍໄດ້ແນະນຳວິທີການ ແລະ ປະສິດທິຜົນຂອງຈີນໃນການຕ້ານການກໍ່ການຮ້າຍ. ໃນປື້ມປົກຂາວສະບັບນີ້, ຈີນໄດ້ຕີຄວາມໝາຍ ລັດທິກໍ່ການຮ້າຍຢ່າງຈະແຈ້ງ, ເຊິ່ງເຮັດໃຫ້ການຕ້ານການກໍ່ການຮ້າຍຕາມກົດໝາຍມີຄວາມເປີດເຜີຍ ແລະ ໂປ່ງໃສ, ໃຊ້ມາດຕະການຢ່າງຖືກຕ້ອງກັບເປົ້າໝາຍ; ພ້ອມກັນນັ້ນ, ຈີນໄດ້ສ້າງລະບົບກົດໝາຍຕ້ານການກໍ່ການຮ້າຍທີ່ນັບມື້ນັບສົມບູນແບບຂຶ້ນ, ເຊິ່ງເປັນການມອບສິດທີ່ຕ້ານການກໍ່ການຮ້າຍ, ທັງມີຂໍ້ກຳນົດດ້ານການຕິດຕາມກວດກາທີ່ຊັດເຈນ, ເຊິ່ງເປັນການສ້າງບັນທັດຖານໃຫ້ແກ່ການເຄື່ອນໄຫວຂອງສິດອຳນາດໃນການຕ້ານການກໍ່ການຮ້າຍ. ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ, ເມື່ອເບິ່ງຈາກເນື້ອໃນຂອງປື້ມປົກຂາວແລ້ວເຫັນວ່າ, ການຕ້ານການກໍ່ການຮ້າຍຕາມກົດໝາຍໄດ້ດຳເນີນໄປໃນທົ່ວຂະບວນການ, ເຊິ່ງບໍ່ພຽງແຕ່ໄດ້ໂຈມຕີລັດທິກໍ່ການຮ້າຍທີ່ກະທົບໂດຍກົງເຖິງຊີວິດ ແລະ ຊັບສິນຂອງປະຊາຊົນໃນລະດັບສູງສຸດເທົ່ານັ້ນ, ແຕ່ຍັງໄດ້ຮັບປະກັນສິດທິມະນຸດ ເຊິ່ງລວມທັງສິດທິໃນການດຳລົງຊີວິດ, ສິດພັດທະນາ ແລະ ອື່ນໆຂອງປະຊາຊົນອັນມະຫາສານໃນຂັ້ນພື້ນຖານອີກດ້ວຍ. ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ, ຄວາມຮູ້ສຶກໃນເລື່ອງຄວາມປອດໄພຂອງປະຊາຊົນຈີນໄດ້ເພີ່ມຈາກ 87,55% ເມື່ອປີ 2012 ຂຶ້ນເປັນ 98,62%ໃນປີ 2021, ໄດ້ຮັກສາຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.


ໂລກປັດຈຸບັນນີ້, ໄດ້ເກີດມີຄວາມບໍ່ສະຫງົບຂຶ້ນຢ່າງຫຼວງຫຼາຍ, ການຕ້ານການກໍ່ການຮ້າຍໃນສາກົນຍັງຄົງເປັນບັນຫາທີ່ຫຍຸ້ງຍາກ ແລະ ສັບສົນ. ພາຍໃຕ້ສະພາບການແນວນີ້, ຈີນໄດ້ປະຕິບັດການຕ້ານການກໍ່ການຮ້າຍຕາມກົດໝາຍ, ໄດ້ຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ ແລະ ສາກົນ, ພ້ອມທັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການບໍລິຫານດ້ານສິດທິມະນຸດຂອງທົ່ວໂລກ.