ທ່ານວາງຢີ້ຈະເດີນທາງໄປຢ້ຽມຢາມປະເທດໄທ ແລະ ຈັດການພົບປະຮອບໃໝ່ກັບທ່ານໄຈ ຊູລີວັນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດປະທານາທິບໍດີອາເມຣິກາ

2024-01-26 11:17:57 cri

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງໄປຢ້ຽມຢາມໄທ ລະຫວ່າງວັນທີ 26 ຫາ 29 ມັງກອນນີ້.


ໂດຍຜ່ານການເປິກສາຫາລືລະຫວ່າງຈີນແລະອາເມຣິກາ, ທ່ານວາງຢີ້ຈະຈັດການພົບປະຮອບໃໝ່ກັບທ່ານໄຈ ຊູລີວັນ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດປະທານາທິບໍດີອາເມຣິກາຢູ່ນະຄອນຫຼວງບາງກອກ.