ງານວາງສະແດງສິນຄ້າຈີນ-ອາຊຽນຈະເຊື້ອເຊີນປະເທດອາຣັບອ່າວເປີເຊຍໂດຍຖືເປັນຄູ່ຮ່ວມມືພິເສດເທື່ອທຳອິດ

2024-01-26 11:14:40 CRI

    ວັນທີ 24 ມັງກອນນີ້, ກອງເລຂາຂອງງານວາງສະແດງສິນຄ້າຈີນ-ອາຊຽນແຈ້ງໃຫ້ຮູ້ວ່າ: ຕາມແຜນເບື້ອງຕົ້ນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21ຈະຈັດຂຶ້ນລະຫວ່າງວັນທີ 24 ຫາວັນທີ 28 ກັນຍາປີນ.


    ຂ່າວແຈ້ງວ່າ, ງານວາງສະແດງສິນຄ້າຈີນ-ອາຊຽນປີນີ້ຈະເຊື້ອເຊີນປະເທດອາຣັບອ່າວເປີເຊຍໂດຍຖືເປັນຄູ່ຮ່ວມມືພິເສດເປັນເທື່ອທຳອິດ ເພ່ືອຕັ້ງໜ້າຊຸກຍູ້ພາກພື້ນຈີນ-ອາຊຽນດຳເນີນການແລກປ່ຽນແລະ ເປີດກວ້າງການຮ່ວມມືກັບເຂດຕາເວັນອອກກາງ. ພ້ອມກັນນັ້ນ,ຈະຈັດເຂດວາງສະແດງຜະລິດຕະພັນເຕັກນິກໂລຊີຂັ້ນສູງ, ຍັງຈະຈັດເຂດວາງສະແດງສິນຄ້າດີເດັ່ນແຟຊັ້ນໃໝ່ປະເທດອາຊຽນ ເພື່ອຊຸກຍູ້ສິນຄ້າທີ່ມີຄຸນນະພາບສູງຂອງຈີນກ້າວໄປສູ່ອາຊຽນ ແລະ ໂລກ.


 

    ເພື່ອໃຫ້ສອດຄ່່ອງກັບທ່ວງທ່າໃໝ່ດ້ານເຕັກນິກວິທະຍາສາດ ແລະການພັດທະນາຂອງອຸດສາຫະກຳ, ງານວາງສະແດງສິນຄ້າຈີນ-ອາຊຽນປີນີ້ຈະເພີ່ມຫົວຂໍ້ການພັດທະນາດ້ານຍຸດທະສາດໃໝ່ ໂດຍໂຮມສູນສະແດງຄວາມຄືບໜ້າໃໝ່ສຸດ ແລະ ລະດັບເຕັກນິກໃໝ່ໃນຂົງເຂດການພັດທະນາໃໝ່ຕ່າງໆ ເຊັ່ນ: ເຕັກນິກດີຈີຕອນ, ສີຂຽວກາກບອນຕ່ຳ, ລົດຍົນພະລັງງານໃໝ່ ແລະ ການເຊື່ອມຕໍ່ຕ່ອງໂສ້ການສະໜອງເປັນຕົ້ນ.