ຈີນເດັດດ່ຽວຄັດຄ້ານຟິລິບປິນດຳເນີນການກໍ່ສ້າງຢູ່ເທິງເກາະດອນໝູ່ເກາະນານຊ່າຂອງຈີນ

2024-01-26 11:20:35 CRI

     ວັນທີ 25 ມັງກອນນີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ, ພັນເອກພິເສດອູຊ່ຽນ ຫົວໜ້າກົມການຂ່າວກະຊວງປ້ອງກັນປະເທດຈີນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ.


     ນັກຂ່າວຖາມວ່າ: ມີຂ່າວແຈ້ງວ່າ, ເສນາທິການສູງສຸດຂອງກອງທັບປະກອບອາວຸດຟິລິບປິນກ່າວໃນຫວ່າງມໍ່ໆມານີ້ວ່າ, ຟິລິບປິນມີແຜນຈະພັດທະນາເກາະດອນຢູ່ທະເລຈີນໃຕ້ ແລະ ຈະຈັດຊື້ກຳປັ່ນຮົບ ແລະລະບົບຣາດາຈຳນວນຫຼາຍກວ່າເກົ່າ. ເລື່ອງນີ້ທະຫານຈີນຈະອະນຸຍາດໃຫ້ຫຼືບໍ່?



    ພັນເອກພິເສດອູຊ່ຽນຕອບວ່າ: ຈີນມີອະທິປະໄຕທີ່ໂຕ້ຖຽງບໍ່ໄດ້ຕໍ່ໝູ່ເກາະນານຊ່າ ແລະ ເຂດທະເລຢູ່ອ້ອມຂ້າງ, ຈີນເດັດດ່ຽວຄັດຄ້ານຟິລິບປິນດຳເນີນການກໍ່ສ້າງທຸກຮູບການໃນເກາະດອນຂອງໝູ່ເກາະນານຊ່າຂອງຈີນທີ່ຍຶດຄອງຢ່າງຜິດກົດໝາຍ.