ຈີນ ແລະ ສິງກະໂປຍົກເວັ້ນວີຊ່າເຊິ່ງກັນແລະກັນ ນັບແຕ່ວັນທີ 9 ກຸມພາໜ້ານີ້ເປັນຕົ້ນໄປ

2024-01-26 11:07:42 cri

ວັນທີ 25 ມັງກອນນີ້, ຜູ້ຕາງໜ້າລັດຖະບານຈີນ ແລະ ລັດຖະບານສິງກະໂປໄດ້ລົງນາມໃນ “ສັນຍາວ່າດ້ວຍການຍົກເວັ້ນວີຊ່າໃຫ້ແກ່ບຸກຄົນທີ່ຖືໜັງສືຜ່ານແດນທົ່ວໄປເຊິ່ງກັນແລະກັນລະຫວ່າງລັດຖະບານສາທາລະນະລັດປະຊາຊົນຈີນ ແລະ ລັດຖະບານສາທາລະນະລັດສິງກະໂປ” ເຊິ່ງຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 9 ກຸມພາໜ້ານີ້ເປັນຕົ້ນໄປ. ເມື່ອຮອເວລານັ້ນ, ບຸກຄົນທີ່ຖືໜັງສືຜ່ານແດນທົ່ວໄປຂອງສອງຝ່າຍຈະສາມາດເຂົ້າໄປທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ, ດຳເນີນທຸລະກິດ ແລະ ເຮັດວຽກສ່ວນຕົວອື່ນໆຢູ່ປະເທດຝ່າຍກົງກັນຂ້າມໂດຍບໍ່ຕ້ອງວີຊ່າ ພາຍໃນເວລາ 30 ວັນ.


ນັບມາຮອດປັດຈຸບັນ, ຈີນໄດ້ເຊັນສັນຍາຍົກເວັ້ນວີຊ່າເຊິ່ງກັນແລະກັນກັບ 157 ປະເທດ ທີ່ໄດ້ກວມເອົາທັງປະເພດໜັງສືຜ່ານແດນທີ່ຕ່າງກັນ, ໄດ້ເຊັນສັນຍາ ຫຼືມີການຈັດວາງຕໍ່ການຫຼຸດຂັ້ນຕອນຮ້ອງຂໍວີຊ່າກັບ 44 ປະເທດ ແລະ ໄດ້ບັນລຸການຍົກເວັ້ນວີຊ່າຢ່າງຮອບດ້ານກັບ 22 ປະເທດ ເຊິ່ງລວມທັງສິງກະໂປ, ມານດິວ, ກາຊັກສະຖານ ແລະ ປະເທດອື່ນໆ. ນອກນີ້, ຍັງມີ 60 ກວ່າປະເທດ ແລະ ເຂດແຄວ້ນໄດ້ປະຕິບັດການຍົກເວັ້ນວີຊ່າ ຫຼື ວີຊ່າກັບດ່ານແກ່ພົນລະເມືອງຈີນ.