ຈີນ ແລະ ນາອູຣຸຟື້ນຟູສາຍພົວພັນທາງການທູດຢືນຢັນວ່າ ການຍຶດໝັ້ນຫຼັກການປະເທດຈີນດຽວເປັນສິ່ງທີ່ຕ້ອງເປັນໄປໃນການພັດທະນາຂອງປະຫວັດສາດ

2024-01-26 15:44:17 CRI


ຫວ່າງມໍ່ໆມານີ້, ປະຊາຊົນນາອູຣຸ ປະເທດເກາະດອນໃນມະຫາສະໝຸດປາຊີຟິກພາກັນສະແດງຄວາມຊົມເຊີຍຕໍ່ເລື່ອງທີ່ ຈີນ ແລະ ນາອູຣຸຟື້ນຟູສາຍພົວພັນທາງການທູດ. ກ່ອນໜ້ານີ້, ລັດຖະສະພານາອູຣຸໄດ້ຮັບຮອງມະຕິດ້ວຍຄະແນນສຽງທັງໝົດ ໂດຍສະໜັບສະໜູນປະເທດຕົນຕັດສາຍພົວພັນທາງການທູດກັບໄຕ້ຫວັນຈີນ ແລະຟື້ນຟູສາຍພົວພັນທາງການທູດກັບຈີນ. ເຊິ່ງໄດ້ສະແດງໃຫ້ເຫັນວ່າ, ຂໍ້ຕົກລົງຂອງລັດຖະບານນາອູຣຸໄດ້ເປັນຕົວແທນທີ່ແທ້ຈິງໃຫ້ແກ່ຄວາມປາດຖະໜາຂອງປະຊາຊົນໃນປະເທດຕົນ, ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຕົນ, ແລະຍິ່ງສອດຄ່ອງກັບທ່າອຽງລວມຂອງປະຫວັດສາດ.


ວັນທີ 24 ມັງກອນນີ້, ຫຼັງຈາກຈີນ ແລະ ນາອູຣຸໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການຟື້ນຟູສາຍພົວພັນທາງການທູດຕໍ່ກັນແລ້ວ, ລວມມີ 183 ປະເທດໃນໂລກໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ. ກົງກັນຂ້າມ, ອັນທີ່ເອີ້ນວ່າ “ປະເທດທີ່ມີສາຍພົວພັນທາງການທູດ” ກັບເຈົ້າໜ້າທີ່ໄຕ້ຫວັນເຫຼືອພຽງແຕ່ 12 ປະເທດເທົ່ານັ້ນ. ໝາຍຄວາມວ່າມີ 183 ຕໍ່ 12 ເຊິ່ງສະແດງໃຫ້ເຫັນເຖິງຈິດໜຶ່ງໃຈດຽວຂອງປະຊາຊົນ ກໍຄື ທ່າອຽງລວມ. ເຮັດໃຫ້ຊາວໂລກເຫັນໄດ້ຢ່າງຈະແຈ້ງຕື່ມອີກວ່າ:  “ການແບ່ງແຍກໄຕ້ຫວັນເປັນເອກະລາດ” ເປັນໄປບໍ່ໄດ້ຢ່າງເດັດຂາດ.


ຫວ່າງບໍ່ດົນມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ, ທ່ານລິອອນເນວ ແອນກີເມຍ ລັດຖະມົນຕີກະຊວງການຕ່າງປະເທດນາອູຣຸກ່າວວ່າ, ສື່ມວນຊົນຈີນຍ້ອງຍໍວ່າ ນາອູຣຸ ເປັນ “ໄຂ່ມຸກຢູ່ເທິງມະຫາສະໝຸດປາຊິຟິກ”. ເຊິ່ງຢືນຢັນວ່າ, ຈີນຍຶດໝັ້ນຫຼັກການສະເໝີພາບ ແລະ ເຄົາລົບເຊິ່ງກັນ ແລະກັນໃນການໄປມາຫາສູ່ແລກປ່ຽນກັນໃນສາກົນ, ແລະຊ່ວຍເຫຼືອປະເທດອື່ນພັດທະນາໄປພ້ອມໆກັນຢ່າງຈິງໃຈ. ທ່ານ ແອນກີເມຍເຫັນວ່າ, ການຍຶດໝັ້ນຫຼັກການປະເທດຈີນດຽວເປັນທ່າອຽງລວມ, ເປັນສິ່ງທີ່ຕ້ອງເປັນໄປໃນການພັດທະນາຂອງປະຫວັດສາດ. ສາມາດຄາດຄະເນໄດ້ວ່າ, ອັນທີ່ເອີ້ນວ່າ “ປະເທດທີ່ຍັງມີສາຍພົວພັນທາງການທູດ” ກັບໄຕ້ຫວັນຈີນໃນຈຳນວນທີ່ຍັງເຫຼືອບໍ່ຫຼາຍນັ້ນ, ອາດຈະທຳການເລືອກອັນຖືກຕ້ອງທີ່ສອດຄ່ອງກັບກະແສລວມຂອງປະຫວັດສາດ ແລະ ຜົນປະໂຫຍດຂອງຕົນໃນທີ່ສຸດ. ໂດຍຢູ່ບົນພື້ນຖານຂອງຫຼັກການປະເທດຈີນດຽວ, ການເປີດປະຫວັດສາດໜ້າໃໝ່ແຫ່ງການຮ່ວມມືດ້ານການພັດທະນາພວມລໍຖ້າໂອກາດຢູ່.