ປະເທດພວມພັດທະນາທັງຫຼາຍຜະຫງາດຂຶ້ນ ເຮັດໃຫ້ຄົນທັງຫຼາຍມີຄວາມໝັ້ນໃຈຂຶ້ນກວ່າເກົ່າຕໍ່ອະນາຄົດຂອງໂລກ

2024-01-26 16:47:03 cri

ກອງປະຊຸມສຸດຍອດຄັ້ງທີ 19 ຂອງຂະບວນການບໍ່ຮ່ວມກຸ່ມ ແລະ ກອງປະຊຸມສຸດຍອດພາກໃຕ້ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກຳປາລາປະເທດອູກັນດາໃນຫວ່າງມໍ່ໆມານີ້. ຂະບວນການບໍ່ຮ່ວມກຸ່ມ ແລະ ກຸ່ມ 77 ປະເທດ ທີ່ຕ່າງກໍເປັນຝ່າຍເຈົ້າພາບຂອງກອງປະຊຸມສຸດຍອດດັ່ງກ່າວ ຖືກຖືເປັນອົງການຈັດຕັ້ງທີ່ຕາງໜ້າຜົນປະໂຫຍດ ແລະ ຫຼັກໝັ້ນຂອງປະເທດພວມພັດທະນາໃນທົ່ວໂລກຢ່າງກວ້າງຂວາງ. ໂດຍປະເຊີນໜ້າກັບໂລກປັດຈຸບັນ ທີ່ເກີດມີການປ່ຽນແປງຢ່າງສັບສົນ ແລະ ເຕັມໄປດ້ວຍສິ່ງທ້າທາຍຕ່າງໆນາໆ, ຜູ້ແທນປະເທດພວມພັດທະນາທີ່ເຂົ້າຮ່ວມກອງປະຊຸມໄດ້ສົ່ງສຽງຮຽກຮ້ອງທີ່ສາມັກຄີ, ຮ່ວມມືກັນ ແລະ ຊຸກຍູ້ການປະຕິຮູບ, ຍັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆຈົ່ງພະຍາຍາມຮ່ວມກັນ ເພື່ອສ້າງໂລກທີ່ມີສັນຕິພາບ, ຍຸຕິທຳ ແລະ ພັດທະນາຢ່າງຍືນຍົງ.


ປັດຈຸບັນນີ້, ປະເທດພວມພັດທະນາທັງຫຼາຍແມ່ນມີຄວາມປາຖະໜາຢ່າງແຮງກ້າແບບບໍ່ເຄີຍມີມາກ່ອນ ໃນການສາມັກຄີປະສານງານກັນ ແລະ ສະແຫວງຫາການພັດທະນາຮ່ວມກັນ, ປະເທດພວມພັດທະນາທັງຫຼາຍຜະຫງາດຂຶ້ນ ໄດ້ກາຍເປັນກະແສຂອງຍຸກສະໄໝທີ່ຕ່າວປີ້ນບໍ່ໄດ້ ເຊິ່ງໄດ້ເພີ່ມພະລັງການພັດທະນາໃຫ້ແກ່ໂລກຢ່າງບໍ່ຢຸດຢັ້ງ. ປະເທດພວມພັດທະນາມີບົດບາດອິດທິພົນໃນສາກົນນັບມື້ນັບສູງຂຶ້ນ ແລະ ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນວຽກງານພາກພື້ນ, ຕົວຢ່າງຄື: ໃນຂະນະທີ່ຊຸກຍູ້ກົນໄກການຮ່ວມມືໃຕ້-ໃຕ້ແບບດັ້ງເດີມຕ່າງໆ ເຊັ່ນ: ກຸ່ມ 77 ປະເທດ ແລະ ຂະບວນການບໍ່ຮ່ວມກຸ່ມໃຫ້ພັດທະນາກ້າວໄປໜ້າ, ຍັງໄດ້ສ້າງກົນໄກການຮ່ວມມືສາກົນໃໝ່ຕ່າງໆ ເຊັ່ນ: ກຸ່ມປະເທດບຣິກສ ແລະ ອົງການຮ່ວມມືຊຽງໄຮ້ເປັນຕົ້ນ ເຊິ່ງໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນໃນການເຈລະຈາລະບຽບການຄ້າສາກົນ, ການປະຕິຮູບລະບົບການທະນາຄານສາກົນ ແລະ ການເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.


ໂດຍປະເຊີນໜ້າກັບອາເມຣິກາ ແລະ ປະເທດຕາເວັນຕົກທີ່ໄດ້ທຳລາຍລະບຽບສາກົນ ແລະ ເຮັດໃຫ້ໂຄງປະກອບຂອງການບໍລິຫານທົ່ວໂລກເສຍຄວາມດຸນດ່ຽງ ດ້ວຍສິດເປັນເຈົ້າອຳນາດທາງການເມືອງ ແລະ ເສດຖະກິດຂອງຕົນ, ປະເທດພວມພັດທະນາອັນໄພສານມີຄວາມຕ້ອງການອັນຮີບດ່ວນທີ່ຢາກມີສິດປະກອບຄຳຄິດຄຳເຫັນຫຼາຍກວ່າເກົ່າໃນເວທີສາກົນ, ຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ ແລະ ຊຸກຍູ້ການພົວພັນສາກົນຫັນເປັນແບບປະຊາທິປະໄຕຫຼາຍກວ່າເກົ່າ ເພື່ອເພີ່ມພະລັງຕໍ່ປະຕິຮູບຫຼາຍກວ່າເກົ່າໃຫ້ແກ່ໂລກເລື້ອຍໆ. ໃນຂະບວນການດັ່ງກ່າວ, ຈີນໄດ້ຮ່ວມຊາຕາກຳ ແລະ ຮ່ວມແຮງຮ່ວມໃຈກັບປະເທດພວມພັດທະນາອື່ນໆຢ່າງສະເໝີຕົ້ນສະເໝີປາຍ. ໃນໄລຍະທີ່ຫາກໍ່ສ້າງຕັ້ງປະເທດຈີນໃໝ່, ຈີນກໍເລີ່ມໃຫ້ການຊ່ວຍເຫຼືອຕໍ່ຕ່າງປະເທດ ພ້ອມທັງໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງແກ່ປະເທດພວມພັດທະນາໃນການຍາດແຍ່ງຄວາມເປັນເອກະລາດ, ການປົດປ່ອຍຂອງຊົນຊາດ  ແລະ ການຊຸກຍູ້ການພັດທະນາຂອງເສດຖະກິດສັງຄົມ. ນັບມາຮອດທ້າຍປີ 2019, ຈີນໄດ້ໃຫ້ການຊ່ວຍເຫຼືອເກືອບ 400 ຕື້ຢວນແກ່ 166 ປະເທດ ແລະ ອົງການຈັດຕັ້ງສາກົນ, ໄດ້ຫຼຸດ ຫຼື ຍົກເວັ້ນໜີ້ສິນທີ່ເປັນເງິນຢວນຈີນ 25,58 ຕື້ຢວນ, ໄດ້ສົ່ງພະນັກງານຊ່ວຍເຫຼືອໄປຕ່າງປະເທດ 6 ແສນກວ່າຄົນ, ໄດ້ຝຶກອົບຮົມພະນັກງານປະເພດຕ່າງໆຂອງຕ່າງປະເທດ 4 ແສນກວ່າເທື່ອຄົນ ແລະ ມີ 700 ກວ່າຄົນເສຍຊີວິດອັນລ້ຳຄ່າຂອງຕົນເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງປະເທດພວມພັດທະນາທັງຫຼາຍເຫຼົ່ານັ້ນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈອັນຍິ່ງໃຫຍ່ຂອງປະຊາຊົນຈີນຕໍ່ໂລກ.


ສະຫຼຸບແລ້ວເຫັນວ່າ, ປະເທດພວມພັດທະນາທັງຫຼາຍໄດ້ຜະຫງາດຂຶ້ນ, ບົດບາດອິດທິພົນໃນສາກົນຂອງ “ພາກໃຕ້ທົ່ວໂລກ” ໄດ້ຍົກສູງຂຶ້ນເລື້ອຍໆ, ເຮັດໃຫ້ທ່າອຽງຫັນເປັນຫຼາຍຂົ້ວຂອງໂລກແຮ່ງຕ່າວປີ້ນຄືນບໍ່ໄດ້, ເຮັດໃຫ້ຄົນທັງຫຼາຍມີຄວາມໝັ້ນໃຈຫຼາຍກວ່າເກົ່າຕໍ່ອະນາຄົດຂອງໂລກ ແລະ ມີຄວາມຫວັງຫຼາຍກວ່າເກົ່າຕໍ່ຄວາມສາມັກຄີຂອງມວນມະນຸດ. ດັ່ງຄຳເວົ້າທີ່ທ່ານຫຼິວໂກຈົ່ງ ຮອງນາຍົກລັດຖະມົນຕີຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມສອງຄັ້ງດັ່ງກ່າວວ່າ: “ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຄູ່ຮ່ວມມືຂອງຂະບວນການບໍ່ຮ່ວມກຸ່ມ ແລະ ໜຶ່ງໃນສະມາຊິກຂອງ “ພາກໃຕ້ທົ່ວໂລກ”, ຈີນຈະຢືນຢູ່ຄຽງຂ້າງປະເທດພວມພັດທະນາອັນໄພສານ ໂດຍສະເພາະແມ່ນປະເທດພວມພັດທະນາຂະໜາດກາງແລະນ້ອຍ ຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນກຳລັງວັງຊາຂອງຕົນ ເພື່ອການພັດທະນາຮ່ວມກັນຂອງບັນດາປະເທດພາກໃຕ້.”