ຊ່ຽວຊານຂອງທະນາຄານກາງເອີຣົບປັບປຸງການຄາດໝາຍຕໍ່ການເຕີບໂຕເສດຖະກິດຂອງເຂດໃຊ້ເງິນເອີໂຣໃຫ້ຕ່ຳລົງ

2024-01-27 15:23:20 CRI

    ວັນທີ 26 ມັງກອນນີ້, ສື່ມວນຊົນເຢັຍລະມັນລາຍງານວ່າ: ຜູ້ຊ່ຽວຊານດ້ານນະໂຍບາຍເງິນຕາຂອງທະນາຄານກາງເອີຣົບໄດ້ປັບປຸງການຄາດໝາຍຕໍ່ຈັງຫວະເຕີບໂຕທາງເສດຖະກິດຂອງເຂດໃຊ້ເງິນເອີໂຣໃນປີ 2024 ໃຫ້ຫຼຸດຈາກ 0,9% ໃນເມື່ອກ່ອນລົງເປັນ 0,6%ແລະປັບປຸງການຄາດໝາຍຕໍ່ຈັງຫວະເຕີບໂຕທາງເສດຖະກິດຂອງເຂດໃຊ້ເງິນເອີໂຣໃຫ້ຫຼຸດຈາກ 1,5% ໃນເມື່ອກ່ອນລົງເປັນ 1,3%.



    ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ສະຖານະການການເມືອງພູມີພາກເຄັ່ງຕຶງຂຶ້ນເຮັດໃຫ້ການຄ້າ ແລະ ຄວາມໝັ້ນໃຈຂອງຜູ້ບໍລິໂພກໃນເຂດໃຊ້ເງິນເອີໂຣໄດ້ຮັບຜົນກະທົບ, ຄວາມບໍ່ແນ່ນອນກໍເພີ່ມຂຶ້ນຕື່ມອີກ,ສະນັ້ນ,ຜູ້ຊ່ຽວຊານມີທ່າທີສຸຂຸມຮອບຄອບຕໍ່ອະນາຄົດດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣ.