ໃນຮອບ 60 ປີຕໍ່ໄປ, ການໄປມາຫາສູ່ກັນລະຫວ່າງຈີນກັບຝຣັ່ງຄວນສືບຕໍ່ພ້ອມກັນເດັດດຽວກ້າຫານນໍາໜ້າເຮັດໄປກ່ອນ

2024-01-27 15:25:30 cri

ໃນພິທີສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຝຣັ່ງຄົບຮອບ 60 ປີທີ່ຈັດຂຶ້ນໃນຕອນຄໍ່າວັນທີ 25 ມັງກອນນີ້, ປະມຸກລັດຈີນ ແລະ ຝຣັ່ງໄດ້ກ່າວຄໍາປາໄສຜ່ານທາງວີດີໂອ. ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວເນັ້ນໜັກວ່າ: ປະຫວັດສາດທີ່ມີເອກະລັກພິເສດຂອງການພົວພັນຈີນ-ຝຣັ່ງໄດ້ສ້າງ “ຈິດໃຈຈີນ-ຝຣັ່ງ” ທີ່ເອກະລາດ, ເປັນເຈົ້າຕົນເອງ, ເຂົ້າໃຈກັນ, ເບິ່ງກວ້າງເຫັນໄກ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງໄດ້ສະເໜີຂໍ້ລິເລີ່ມ 4 ຂໍ້ກ່ຽວກັບການລົງເລິກການຮ່ວມມືລະຫວ່າງຈີນ-ຝຣັ່ງໃນອະນາຄົດ. ທ່ານແອັມມານູເອນ ມາຄຣົງ ປະທານາທິບໍດີຝຣັ່ງກ່າວວ່າ: ຈີນ ແລະ ຝຣັ່ງມີຄວາມຮັບຜິດຊອບໃນການຮ່ວມກັນສ້າງການພົວພັນຄູ່ຮ່ວມມືທີ່ທັງສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນສອງປະເທດ ທັງມີຜົນດີຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງໂລກ.

ຈີນ ແລະ ຝຣັ່ງລ້ວນແຕ່ເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການ ສປຊ, ລ້ວນແຕ່ຮັກຫອມສັນຕິພາບ, ຄັດຄ້ານການດຶງພັກດຶງພວກ ສ້າງເປັນກຸ່ມກ້ອນຕ່າງໆ ເພື່ອເປັນປໍລະປັກກັນ ແລະ ລິເລີ່ມລັດທິຫຼາຍຝ່າຍຢ່າງແທ້ຈິງ. ໃນຫຼາຍປີມານີ້, ຈີນ ແລະ ຝຣັ່ງໄດ້ດໍາເນີນການຮ່ວມມືໃນຫຼາຍດ້ານ ເຊັ່ນ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຊຸກຍູ້ການປົກປັກຮັກສາຊີວະນານາພັນ ແລະອື່ນໆ.

ເມື່ອປະເຊີນໜ້າກັບການປະທະກັນດ້ານການເມືອງພູມີພາກທີ່ເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ຈີນ ແລະ ຝຣັ່ງກໍກໍາລັງແກ້ໄຂຢ່າງຕັ້ງໜ້າ. ຢູ່ໃນໂລກທີ່ປັ່ນປ່ວນ, ຈີນ ແລະ ຝຣັ່ງມີຄວາມຮັບຜິດຊອບຢືນຄຽງບ່າຄຽງໄຫຼ່ກັນ, ຮ່ວມກັນແກ້ໄຂຄວາມຫຍຸ້ງຍາກໃນການບໍລິຫານທົ່ວໂລກ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ກັບໂລກ.

ໂລກນີ້ຍາມໃດກໍຍິ່ງມີຄວາມວຸ້ນວາຍປັ່ນປ່ວນຂຶ້ນທຸກມື້, ການຮ່ວມມືລະຫວ່າງຈີນ-ຝຣັ່ງກໍຍິ່ງມີບົດບາດສໍາຄັນ. ໃນອີກຮອບ 60 ປີຕໍ່ໄປ, ການໄປມາຫາສູ່ກັນລະຫວ່າງຈີນກັບຝຣັ່ງຄວນສືບຕໍ່ພ້ອມກັນເດັດດ່ຽວກ້າຫານນໍາໜ້າເຮັດໄປກ່ອນ, ສ້າງຄວາມຜາສຸກໃຫ້ກັບປະຊາຊົນສອງປະເທດ ແລະ ຊຸກຍູ້ໃຫ້ໂລກພັດທະນາໄປຕາມທິດທາງທີ່ດີ.