ຈີນ, ລາວ, ມຽນມາ ແລະໄທສຳເລັດການລາດຕະເວນຮ່ວມບັງຄັບໃຊ້ກົດໝາຍຕາມແມ່ນ້ຳຂອງຄັ້ງທີ 137

2024-01-27 15:49:00 cri


    ເວລາ 10 ໂມງຂອງວັນທີ 26 ມັງກອນນີ້,  ການລາດຕະເວນຮ່ວມບັງຄັບໃຊ້ກົດໝາຍຕາມແມ່ນ້ຳຂອງ ລະຫວ່າງຈີນ, ລາວ, ມຽນມາ ແລະໄທ ຄັ້ງທີ 137 ໄດ້ສຳເລັດຢ່າງຈົບງາມ. ການເຄື່ອນໄຫວຄັ້ງນີ້ແມ່ນເລີ່ມຕົ້ນໃນວັນທີ 23 ມັງກອນນີ້, ດຳເນີນເປັນ 4 ວັນ 3 ຄືນ, ໄລຍະທາງເດີນເຮືອທັງໝົດ 620 ກວ່າກິໂລແມັດ, ໃນໄລຍະລາດຕະເວນຮ່ວມ, ໄດ້ທັບມ້າງຄະດີຍົກຍ້າຍຂ້າມຊາຍແດນທີ່ຜິດດກົດໝາຍທີ່ມີການຈັດຕັ້ງ 1 ຄະດີ.

    ເພື່ອຕໍ່ຕ້ານທ່ວງທ່າເພີ່ມຂຶ້ນຂອງການຍົກຍ້າຍຂ້າມຊາຍແດນທີ່ຜິດກົດໝາຍຢູ່ເຂດແມ່ນ້ຳຂອງ, ພາກສ່ວນບັງຄັບໃຊ້ກົດໝາຍລະຫວ່າງ 4 ປະເທດໄດ້ວາງແຜນດຳເນີນການເຄື່ອນໄຫວສະເພາະກິດໃນຕົ້ນເດືອນມັງກອນນີ້. ນັບແຕ່ດຳເນີນການເຄື່ອນໄຫວສະເພາະກິດເປັນຕົ້ນມາ, ພາກສ່ວນບັງຄັບໃຊ້ກົດໝາຍລະຫວ່າງ 4 ປະເທດຈີນ-ລາວ-ມຽນມາ-ໄທໄດ້ສືບສວນຄະດີຍົກຍ້າຍຂ້າມຊາຍແດນທີ່ຜິດກົດໝາຍ 6 ຄະດີ.