ຣັດເຊຍ:ການຊ້ອມຮົບຂອງນາໂຕອາດຈະສ້າງ “ຜົນໂສກນາດຕະກຳ” ໃຫ້ກັບເອີຣົບ

2024-01-27 15:30:34 CRI

 

    ວັນທີ 26 ມັງກອນນີ້, ທ່ານນາງມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ການຊ້ອມຮົບທີ່ມີຊື່ວ່າ “ຜູ້ເດັດດ່ຽວປົກປ້ອງ 2024” ທີ່ຈັດຂຶ້ນໂດຍນາໂຕຈະເພີ່ມຄວາມສ່ຽງທີ່ຣັດເຊຍ ກັບ ປະເທດນາໂຕເກີດການປະທະກັນທາງການທະຫານ ແລະ ອາດຈະສ້າງ “ຜົນໂສກນາດຕະກຳ” ໃຫ້ກັບເອີຣົບ.


    ທ່ານນາງມາເຣຍ ຊາຄາໂຣວາກ່າວຕື່ມວ່າ: ບ່ອນຈັດການຊ້ອມຣົບຂອງນາໂຕເທື່ອນີ້ແມ່ນຢູ່ເຂດໃກ້ກັບຊາຍແດນຣັດເຊຍ, ນີ້ສະແດງໃຫ້ເຫັນເຖິງເຈດຈຳນົງຂອງປະເທດນາໂຕທີ່ຕັ້ງແກ້ງທ້າທາຍເກາະຜິດຕໍ່ຣັດເຊຍ ແລະ ຫວັງ

ໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ. ສະນັ້ນ, ເຖິງວ່າຣັັັດເຊຍບໍ່ມີແຜນທີ່ຈະໂຈມຕີປະເທດໃດໆຂອງນາໂຕກໍຕາມ, ແຕ່ການຊ້ອມຮົບເທື່ອນີ້ບໍ່ຕ້ອງສົງໄສຈະຍົກສູງອັດຕາການເກີດການປະທະກັນທາງການທະຫານລະຫວ່າງສອງຝ່າຍ ແລ້ວສ້າງ “ຜົນໂສກນາດຕະກຳ” ໃຫ້ກັບປະເທດເອີຣົບ.