ໜ່ວຍງານພິຈາລະຈາສະພາບສິດທິມະນຸດຂອງປະເທດຕ່າງໆຂອງສະພາສິດທິມະນຸດສປຊຮັບຮອງເອົາບົດລາຍງານກ່ຽວກັບຈີນເຂົ້າຮ່ວມການພິຈາລະນາ

2024-01-27 16:44:04 cri


   ວັນທີ 26 ມັງກອນນີ້, ກອງປະຊຸມຄັ້ງທີ45ຂອງໜ່ວຍງານພິຈາລະຈາສະພາບສິດທິມະນຸດຂອງປະເທດຕ່າງໆຂອງສະພາສິດທິມະນຸດສະຫະປະຊາຊາດທີ່ຈັດຂຶ້ນຢູ່ນະຄອນຫຼວງເຊີແນວປະເທດສະວີສ ໄດ້ເປັນເອກະສັນກັນຮັບຮອງເອົາບົດລາຍງານກ່ຽວກັບຈີນເຂົ້າຮ່ວມການພິຈາລະນາສະພາບສິດທິມະນຸດຂອງປະເທດຕ່າງໆ.

   ທ່ານເຊີນຊີ້ວ ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດທີ່ເຊີແນວແລະປະຈຳຢູ່ອົງການຈັດຕັ້ງສາກົນອື່ນໆຢູ່ສະວີສກ່າວວ່າ: ຈີນພວມຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ຂອງຊົນຊາດດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ. ໃນຂະບວນການບັນລຸເປົ້າໝາຍອັນຍິ່ງໃຫຍ່ນີ້,ພວກເຮົາຈະສ້າງຜົນປະໂຫຍດໃຫ້ປະຊາຊົນຈີນຫຼາຍກວ່າເກົ່າແລະສະເໝີພາບກວ່າເກົ່າດ້ວຍຜົນງານຄວາມທັນສະໄໝ,ຍົກສູງລະດັບຮັບປະກັນສິດທິມະນຸດຢ່າງບໍ່ຢຸດຢັ້ງ,ຊຸກຍູ້ການພັດທະນາອິດສະຫຼະພາບຂອງຄົນຢ່າງຮອບດ້ານ. ໃນຂະນະຊຸກຍູ້ການພັດທະນາພາລະກິດສິດທິມະນຸດຂອງຕົນຢ່າງມີຄຸນນະພາບສູງ,ຈີນຍັງຈະສົ່ງເສີມການສ້າງໂລກໃຫ້ເປັນຫຼາຍຂົ້ວທີ່ສະເໝີພາບແລະມີລະບຽບຮຽບຮ້ອຍ ແລະສ້າງເສດຖະກິດໂລກາພິວັດທີ່ໄດ້ຮັບຜົນປະໂຫຍດທົ່ວໄປແລະກວມລວມຢ່າງສະເໝີຕົ້ນສະເໝີປາຍ.