ທ່ານວາງຢີ້ພົບປະກັບທ່ານຊູລິວັນ ຜູ້ຊ່ວຍວຽກຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ

2024-01-28 15:25:25 cri

ວັນທີ 26 ຫາ 27 ມັງກອນນີ້ ຕາມເວລາທ້ອງຖິ່ນ, ທ່ານວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການວຽກງານການຕ່າງປະເທດຄະນະກຳມະການສູນກາງພັກກອມມູນິດຈີນ, ໄດ້ຈັດການພົບປະຮອບໃໝ່ ກັບທ່ານ ແຈກ ຊູລິວັນ ຜູ້ຊ່ວຍວຽກຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາ ຢູ່ທີ່ນະຄອນຫຼວງບາງກອກຂອງໄທ. ສອງຝ່າຍໄດ້ດຳເນີນການແລກປ່ຽນທາງຍຸດທະສາດຢ່າງກົງໄປກົງມາ, ມີລັກສະນະທາດແທ້ແລະໄດ້ຮັບໝາກຜົນອັນດີ ກ່ຽວກັບ ການປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຢູ່ລົສແອນຈີລິສ ລະຫວ່າງປະມຸກລັດສອງປະເທດ ແລະການແກ້ໄຂບັນຫາສຳຄັນແລະມີຄວາມສະດຸ້ງໄວໃນການພົວພັນຈີນ-ອາເມຣິກາຢ່າງເໝາະສົມ.


ທ່ານວາງຢີ້ກ່າວວ່າ, ປີນີ້, ຈີນກັບອາເມຣິກາໄດ້ສ້າງສາຍພົວພັນທາງການທູດຄົບຮອບ 45 ປີແລ້ວ. ສອງຝ່າຍຄວນຖືເລື່ອງນີ້ເປັນໂອກາດ, ສະຫຼຸບແລະຖອດຖອນບົດຮຽນ, ມີທ່າທີສະເໝີພາບຕໍ່ກັນ ຫາກບໍ່ແມ່ນຖືຝ່າຍຕົວເອງເປັນສູງ, ສະແດງຫາສິ່ງທີ່ຄືກັນ ສະຫງວນຄວາມເຫັນທີ່ແຕກຕ່າງກັນ, ຫາກບໍ່ແມ່ນເນັ້ນໃສ່ຄວາມຂັດແຍ້ງກັນ, ເຄົາລົບນັບຖືເຊິ່ງກັນແລະກັນຢ່າງແທ້ຈິງ ຫາກບໍ່ແມ່ນທຳລາຍຜົນປະໂຫຍດໃຈກາງຂອງກັນ, ຮ່ວມກັນທຳຄວາມພະຍາຍາມ ເພື່ອເຄົາລົບນັບຖືເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງຮູບແບບຢູ່ຮ່ວມກັນຢ່າງຖືກຕ້ອງລະຫວ່າງຈີນກັບອາເມຣິກາ.


ສອງຝ່າຍເຫັນດີຮ່ວມກັນປະຕິບັດ ວິໄສທັດລອດແອນຈີລິສ, ຄື: ປະມຸກລັດສອງປະເທດຈະຮັກສາການຕິດຕໍ່ພົວພັນກັນເລື້ອຍໆ, ເພື່ອຊີ້ນຳນຳພາການພົວພັນສອງຝ່າຍໃນລະດັບຍຸດທະສາດ, ຊຸກຍູ້ການໄປມາຫາສູ່ກັນໃນຂົງເຂດຕ່າງໆແລະຂັ້ນຕ່າງໆລະຫວ່າງຈີນກັບອາເມຣິກາ, ໃຊ້ຊ່ອງທາງແລກປ່ຽນຍຸດທະສາດ ແລະກົນໄກສົນທະນາ ທີ່ມີຢູ່ໃນປັດຈຸບັນແລ້ວ ໃນຂົງເຂດການຕ່າງປະເທດ, ສອງກອງທັບ, ເສດຖະກິດ, ການທະນາຄານ, ການຄ້າ, ການປ່ຽນແປງຂອງດິນຟ້າອາກາດແລະອື່ນໆ ໃຫ້ດີ, ສືບຕໍ່ດຳເນີນການເປິກສາຫາລືກ່ຽວກັບຫຼັກການຊີ້ນຳການພົວພັນລະຫວ່າງຈີນກັບອາເມຣິກາ, ໃຫ້ໜ່ວຍງານການຮ່ວມມືປາບປາມຢາເສບຕິດຈີນ-ອາເມຣິກາເລີ່ມດຳເນີນງານໃນໄວໆນີ້, ຈັດກອງປະຊຸມຄັ້ງທຳອິດກ່ຽວກັບກົນໄກສົນທະນາລະຫວ່າງລັດຖະບານກ່ຽວກັບ AI ຂອງຈີນແລະອາເມຣິກາໃນລະດູບານໃໝ່ປີນີ້, ໃຊ້ມາດຕະການຕື່ມອີກ, ເພີ່ມທະວີການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.