ມູນຄ່າການຄ້າຂອງຄອງນ້ຳຊູອິສ ໄດ້ຫຼຸດລົງ 42% ພາຍໃນສອງເດືອນ

2024-01-28 15:20:43 cri

ກອງປະຊຸມການຄ້າແລະການພັດທະນາອົງການສະຫະປະຊາຊາດປະກາດຕົວເລກສະຖິຕິໃນວັນທີ 26 ມັງກອນນີ້, ໂດຍສະແດງໃຫ້ເຫັນວ່າ, ຕາມການຄາດຄະເນ, ມູນຄ່າການຄ້າຂອງຄອງນ້ຳຊູອິສ  ໄດ້ຫຼຸດລົງ 42% ໃນສອງເດືອນທີ່ຜ່ານມາ, ປະລິມານການຂົນສົ່ງນ້ຳມັນແລະການຂົນສົ່ງອາຍແກັສທຳມະຊາດກໍ່ໄດ້ຫຼຸດລົງຢ່າງຫຼວງຫຼາຍ. ກອງປະຊຸມດັ່ງກ່າວໄດ້ກ່າວເຕືອນວ່າ, ວິກິດການທະເລແດງ, ການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະໄພແຫ້ງແລ້ງຂອງຄອງນ້ຳປານາມາ ກຳລັງສົ່ງຜົນກະທົບຕໍ່ການຄ້າທົ່ວໂລກ.


ຄອງນ້ຳຊູອິສ ໄດ້ເຊື່ອມຕໍ່ທະເລເມຕີແຕລາເນແລະທະເລແດງ, ແມ່ນຊ່ອງທາງຄົມມະນາຄົມສຳຄັນຕໍ່ການຂົນສົ່ງພະລັງງານແລະສິນຄ້າລະຫວ່າງທະວີບອາຊີກັບເອີຣົບ. ປີ 2023, ປະລິມານຂົນສົ່ງໂດຍຜ່ານຄອງນ້ຳນີ້   ໄດ້ກວມ 12%-15% ຂອງຍອດມູນຄ່າການຄ້າທົ່ວໂລກ.