ອິຣັກ ແລະ ອາເມຣິກາດໍາເນີນການເຈລະຈາຮອບທໍາອິດເພື່ອເປິກສາຫາລືກ່ຽວກັບການຖອນກອງທະຫານພັນທະມິດສາກົນອອກຈາກອິຣັກ

2024-01-28 15:20:40 CRI

 

   ວັນທີ 27 ມັງກອນນີ້ຕາມເວລາທ້ອງຖິ່ນ, ຫ້ອງການຖະແຫຼງຂ່າວຂອງນາຍົກລັດຖະມົນຕີອິຣັກໄດ້ອອກຖະແຫຼງການວ່າ: ອິຣັກ ແລະ ອາເມຣິກາ ໄດ້ດໍາເນີນການເຈລະຈາຮອບທໍາອິດໃນມື້ດຽວກັນ ໂດຍສອງຝ່າຍໄດ້ເປິກສາຫາລືກ່ຽວກັບການຖອນກອງທະຫານພັນທະມິດສາກົນອອກຈາກອິຣັກ. ຖະແຫຼງການສະບັບດັ່ງກ່າວລະບຸວ່າ: ທ່ານ ໂມຮາເມັດ ຊີອາ ອານ ຊູດານີ ນາຍົກ ລັດຖະມົນຕີອິຣັກໄດ້ເປັນປະທານການເຈລະຈາຮອບດັ່ງກ່າວ.


   ວັນທີ 25 ມັງກອນນີ້, ກະຊວງການຕ່າງປະເທດອິຣັກຢືນຢັນວ່າ: ນັບແຕ່ເດືອນສິງຫາປີ 2023 ເປັນຕົ້ນມາ, ລັດຖະບານອິຣັກໄດ້ດໍາເນີນການເຈລະຈາຫຼາຍຮອບກັບອາເມຣິກາ ໂດຍໄດ້ຕົກລົງສ້າງຕັ້ງຄະນະກໍາມະການການທະຫານລະດັບສູງ ເຊິ່ງພາຍໃຕ້ຂອບຄະນະກໍາມະການດັ່ງກ່າວ, ອິຣັກ ແລະ ອາເມຣິກາຈະວາງຕາຕະລາງເວລາທີ່ຈະແຈ້ງ ເພື່ອກໍານົດເວລາທີ່ກອງທັບພັນທະມິດສາກົນປະຈໍາຢູ່ອິຣັກ, ພ້ອມທັງຫຼຸດຈໍານວນນັກວິຊາການດ້ານການທະຫານຕ່າງປະເທດທີ່ເປັນທີ່ເປິກສາຂອງຢູ່ອິຣັກນັ້ນຢ່າງມີແຜນການ ແລະ ເປັນກ້າວໆ, ເພື່ອສິ້ນສຸດໜ້າທີ່ດ້ານການທະຫານຂອງກອງທະຫານພັນທະມິດສາກົນໃນການຕ້ານກັບກຸ່ມຫົວຮຸນແຮງໃນທີ່ສຸດ ແລະ ຖືເອົາສັນຍາສອງຝ່າຍລະຫວ່າງອິຣັກ ແລະ ປະເທດທີ່ກ່ຽວຂ້ອງນັ້ນເປັນສິ່ງທົດແທນ.