ກິດຈະກຳ “ເປີດສາກງານລາຕີສະຫຼອງບຸນກຸດຈີນ” ຂອງ CMG ເລີ່ມຈັດຂຶ້ນຢູ່ນະຄອນນິວຢອກ

2024-01-28 15:18:22 cri


ວັນທີ 26 ມັງກອນນີ້, ກິດຈະກຳ “ເປີດສາກງານລາຕີສະຫຼອງບຸນກຸດຈີນ” ຂອງ CMG ທີ່ອາເມຣິກາ ໄດ້ຈັດຂຶ້ນຢູ່ນະຄອນນິວຢອກ, ກິດຈະກຳມີຫົວຂໍ້ວ່າ: “ຫຼິ້ນບຸນກຸດຈີນ, ຊົມງານລາຕີສະຫຼອງບຸນກຸດຈີນຂອງ CMG”, ຊຸກຍູ້ການແລກປ່ຽນວັດທະນະທຳ ແລະອະລິຍະທຳລະຫວ່າງຊາດ ໂດຍຜ່ານວັດທະນະທຳບຸນກຸດຈີນ. ທ່ານຈ່າງຈຸ່ນ, ຜູ້ຕາງໜ້າຖາວອນຂອງຈີນປະຈຳ ສປຊ, ຮອງເລຂາທິການໃຫຍ່ ສປຊ, ບັນດາທູຕານູທູດແລະເຈົ້າໜ້າທີ່ການຕ່າງປະເທດຂອງຫຼາຍປະເທດປະຈຳ ສປຊ, ເຈົ້າໜ້າທີ່ສຳນັກເລຂາ ສປຊ ພ້ອມດ້ວຍບຸກຄົນທີ່ມີໄມຕີຈິດມິດຕະພາບຕໍ່ຈີນຈາກວົງການຕ່າງໆ ທັງໝົດ 200 ກວ່າທ່ານເຂົ້າຮ່ວມກິດຈະກຳດັ່ງກ່າວ.


ທ່ານເຊີ້ນຫາຍຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ໄດ້ກ່າວຄຳປາໄສທາງວິດີໂອວ່າ, ບຸນກຸດຈີນແມ່ນບຸນປະເພນີສຳຄັນທີ່ສຸດຂອງຈີນ, ປະຊາກອນປະມານ 1 ສ່ວນ 5 ໃນທົ່ວໂລກຈະສະເຫຼີມສະຫຼອງບຸນກຸດຈີນດ້ວຍຮູບບການຕ່າງໆ. ຫວ່າງກ່ອນນີ້ບໍ່ດົນ, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 78 ໄດ້ເປັນເອກະພາບກັນຜ່ານມະຕິ ກຳນົດເອົາບຸນກຸດຈີນເປັນວັນບຸນຂອງອົງການສະຫະປະຊາຊາດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງມົນສະເໜ່ຂອງອະລິຍະທຳຈີນແລະວັດທະນະທຳພາກຕາເວັນອອກຢ່າງເຕັມທີ່, ແລະໄດ້ສະແດງໃຫ້ເຫັນເຖິງແນວຄິດທີ່ເຄົາລົບມູນຄ່າຂອງວັດທະນະທຳຫຼາຍເຄົ້າແລະໂອບເອື້ອອາລີ ທີ່ລິເລີ່ມໂດຍ ສປຊ.


ແຂກຜູ້ມີກຽດທີ່ເຂົ້າຮ່ວມກິດຈະກຳດັ່ງກ່າວນັ້ນ ໄດ້ພາກັນກ່າວວ່າ, ດີໃຈຫຼາຍທີ່ໄດ້ເຂົ້າຮ່ວມກິດຈະກຳ  “ເປີດສາກງານລາຕີສະຫຼອງບຸນກຸດຈີນ”  ທີ່ຈັດໂດຍ CMG, ສະເຫຼີມສະຫຼອງແລະຕ້ອນຮັບບຸນກຸດຈີນປີມະໂລງ ໂດຍຮ່ວມກັບປະຊາຊົນຈີນ, ແລະຄອງຄອຍການພົວພັນລະຫວ່າງຈີນກັບອາເມຣິກາໄດ້ເປີດໜ້າໃໝ່ໃນປີໃໝ່ທີ່ຈະມາເຖິງນີ້.