ໂຄສົກກົມຕຳຫຼວດທາງທະເລຈີນປະກອບຄຳເຫັນກ່ຽວກັບຟິລິບປິນຍັງສະໜອງເຄື່ອງໃຊ້ພາລະທິການໃຫ້ແກ່ກຳປັ່ນຮົບທີ່ “ຄົງຄ້າງຢູ່ຫາດຊາຍ” ຢ່າງຜິດກົດໝາຍ

2024-01-28 11:19:46 CRI


    ທ່ານກ່ານຢວີ ໂຄສົກ ກົມຕຳຫຼວດທາງທະເລຈີນກ່າວວ່າ, ວັນທີ 21 ມັງກອນນີ້, ເຮືອບິນນ້ອຍລຳໜຶ່ງຂອງຟິລິບປິນໄດ້ສະໜອງເຄື່ອງໃຊ້ພາລະທິການໃຫ້ແກ່ກຳປັ່ນຮົບທີ່ “ຄົງຄ້າງຢູ່ຫາດຊາຍ” ຢ່າງຜິດກົດໝາຍ, ຕຳຫຼວດທາງທະເລຈີນໄດ້ຕິດຕາມເບິ່ງຢ່າງໃກ້ຊິດ, ໄດ້ເຂົ້າຄວບຄຸມຕາມກົດໝາຍກົດລະບຽບ, ໃຊ້ມາດຕະການພິເສດເພື່ອຈັດສັນເຄື່ອງໃຊ້ປະຈຳວັນອັນຈຳເປັນທີ່ຝ່າຍຟິລິບປິນສົ່ງໄປນັ້ນໂດຍຊົ່ວຄາວ. ພາກສ່ວນທີ່ກ່ຽວຂ້ອງຂອງຟິລິບປິນບໍ່ໄດ້ເອົາຫົວຊາຕໍ່ຄວາມຈິງໃນເລື່ອງນີ້, ໄດ້ມີການໂຄສະນາໄປໃນທາງທີ່ເຈຕະນາບໍ່ດີ, ແລະມີເຈຕະນາຊວນເຊື່ອໃຫ້ປະຊາຄົມໂລກເຂົ້າໃຈໄປໃນທາງຜິດພາດ, ເຊິ່ງບໍ່ມີຜົນດີຕໍ່ການຜ່ອນຄາຍສະຖານະການທີ່ເຄັ່ງຕຶງຢູ່ທະເລຈີນໃຕ້. ພວກເຮົາຂໍຮຽກຮ້ອງໃຫ້ຝ່າຍຟິລິບປິນຍຸດຕິການທ້າທາຍເກາະຜິດ, ຕຳຫຼວດທາງທະເລຈີນຈະເພີ່ມທະວີການປົກປ້ອງສິດ ແລະ ປະຕິບັດກົດໝາຍຢູ່ເກາະເຢີນໄອ້ ກໍຄື ເຂດທະເລອ້ອມຂ້າງ, ເດັດດ່ຽວປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ສິດຜົນປະໂຫຍດທາງທະເລຂອງຕົນ.