ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບເປີດຂຶ້ນຢູ່ແຂວງຫຼວງພະບາງປະເທດລາວ

2024-01-29 17:05:48 CRI


ຕອນເຊົ້າວັນທີ29ມັງກອນນີ້,ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບແມ່ນໄດ້ເປີດຂຶ້ນຢູ່ແຂວງຫຼວງພະບາງປະເທດລາວ.


ໃນກອງປະຊຸມໄດ້ທົບຄວນຄືນ ແລະ ແຈ້ງສະພາບການຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ພ້ອມດ້ວຍກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ໄດ້ເປິກສາຫາລືກ່ຽວກັບສະພາບການຈັດຕັ້ງປະບັດ “ວິໄສທັດ ຂອງປະຊາຄົມອາຊຽນ2025” ແລະ ອື່ນໆອີກ. ໃນກອງປະຊຸມຍັງໄດ້ແຈ້ງຄວາມຄືບໜ້າທີ່ດີໃນການຈັດຕັ້ງປະຕິບັດ 3 ແຜນແມ່ບົດປະຊາຄົມອາຊຽນ, ເຫັນດີໃຫ້ເປີດໄລຍະສຸດທ້າຍຂອງບັນດາແຜນແມ່ບົດປະຊາຄົມອາຊຽນ, ພ້ອມທັງໄດ້ພິຈາລະນາ ແລະ ປະເມີນແຜນແມ່ບົດວ່າດ້ວຍການເຊື່ອມຈອດຂອງອາຊຽນໃນປີ 2025.


ນອກນີ້, ກອງປະຊຸມຍັງໄດ້ແຈ້ງສະພາບ ແລະ ເປິກສາຫາລືຄວາມຄືບໜ້າຂອງສາຍພົວພັນຄູ່ຮ່ວມອາຊຽນ ກໍຄືການຮ່ວມມືກັບຕ່າງປະເທດ ແລະອື່ນໆ.