ການອະນຸລັກສິ່ງແວດລ້ອມນິເວດ ແມ່ນການຮັກສາກຳລັງການຜະລິດ

2024-01-29 09:51:43 cri

 

ທ່ານ ສີຈິ້ນຜິງ ໄດ້ໃຫ້ຄວາມສຳຄັນທີ່ສຸດຕໍ່ສິ່ງແວດລ້ອມນິເວດ ໂດຍໄດ້ເນັ້ນໜັກຢູ່ເລື້ອຍໆເຖິງຄວາມສຳຄັນແຫ່ງການສ້າງສິ່ງແວດລ້ອມນິເວດ ແລະ ການອະນຸລັກສິ່ງແວດລ້ອມນິເວດ. ຕອນທີ່ເພິ່ນດຳລົງຕຳແໜ່ງເປັນຮອງເລຂາຄະນະພັກແຂວງຟູຈ້ຽນ, ບໍ່ວ່າໄປຮອດບ່ອນໃດກໍຕາມ, ສະພາບການສ້າງສິ່ງແວດລ້ອມນິເວດຕ້ອງແມ່ນເນື້ອໃນສຳຄັນແຫ່ງການສຳຫຼວດກວດກາວຽກງານຂອງເພິ່ນ. ເພິ່ນມີຄວາມຮັບຮູ້ຢ່າງເລິກເຊິ່ງແຫຼມຄົມໃນດ້ານການສ້າງສິ່ງແວດລ້ອມນິເວດ ເຊິ່ງມີຄວາມໝາຍເລິກເຊິ່ງໃນການຊີ້ນຳວຽກງານດ້ານນີ້. ເນື່ອງຈາກໃຫ້ຄວາມສຳຄັນ, ມີການຄົ້ນຄວ້າ ແລະ ສະສົມບົດຮຽນຄືແນວນີ້, ການສ້າງຄວາມສິວິໄລດ້ານນິເວດຂອງຈີນຈຶ່ງໄດ້ກາຍເປັນພາກສ່ວນສຳຄັນຂອງແນວຄິດສີຈິ້ນຜິງກ່ຽວກັບການປົກຄອງບໍລິຫານປະເທດ.

ປີ1997, ໃນເວລາສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນສ່ານໝິງ ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ເຄີຍໄດ້ເນັ້ນໜັກແນວຄິດອັນໜຶ່ງຄື: ຕ້ອງປູກຈິດສຳນຶກຢ່າງໜັກແໜ້ນວ່າ: ການອະນຸລັກສິ່ງແວດລ້ອມນິເວດແມ່ນການຮັກສາກຳລັງການຜະລິດ, ການປັບປຸງສິ່ງແວດລ້ອມນິເວດໃຫ້ດີຂຶ້ນ ແມ່ນການພັດທະນາກຳລັງການຜະລິດ. ເພິ່ນກ່າວເນັ້ນໜັກວ່າ: ເຖິງວ່າພູຂຽວນ້ຳໃສໃນປັດຈຸບັນ ເບິ່ງຄືວ່າບໍ່ມີຄຸນຄ່າປານໃດກໍຕາມ, ແຕ່ເມື່ອເບິ່ງຈາກໄລຍະຍາວແລ້ວມັນເປັນສິ່ງປະເສີດ, ຄຸນຄ່າຂອງມັນໃນອະນາຄົດແມ່ນບໍ່ສາມາດປະເມີນໄດ້. ຕ້ອງຮັກສາທ່າແຮງດ້ານພູຜາແມ່ນ້ຳ, ເຮັດວຽກອະນຸລັກສິ່ງແວດລ້ອມນິເວດໃຫ້ດີ ຈຶ່ງຈະສາມາດຊຸກຍູ້ເຂດ ດ້ານໃນຂອງຈີນໃຫ້ພັດທະນາກ້າວຂຶ້ນໄດ້.

ເດືອນເມສາປີ1997, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານສາງໂຂ້ວ ຕາແສງກ່າວຖັງເມືອງຈ່ຽງເລີ້ ນະຄອນສ່ານໝິງ, ເພິ່ນໄດ້ເຫັນຫ້ວຍຈິ່ນຊີ່ທີ່ໃສສະອາດ ແລະ ກຸ່ມພູຂຽວທີ່ສວຍສົດງົດງາມຢູ່ເຊິ່ງໜ້າບ້ານ,  ເພິ່ນເລີຍສັ່ງສອນພະນັກງານບ້ານວ່າ: ພູຂຽວນ້ຳໃສ ຄືສິ່ງປະເສີດທີ່ບໍ່ສາມາດປະເມີນຄຸນຄ່າໄດ້, ຕ້ອງພັດທະນາເຂດພູຜາໃຫ້ດີຢ່າງໜັກແໜ້ນ, ສິ່ງແວດລ້ອມນິເວດທີ່ດີເປັນຊັບພະຍາກອນທີ່ມີທ່າແຮງທີ່ສຸດ.

ເພິ່ນກ່າວວ່າ: ປ່າໄມ້ທຳມະຊາດ ແມ່ນປ່າໄມ້ໃນອະນາຄົດ, ພວກເຮົາຕ້ອງພັດທະນາອຸດສາຫະກຳປ່າໄມ້ ແລະ ສິ່ງແວດລ້ອມນິເວດປ່າໄມ້ໃຫ້ເປັນເອກະພາບກັນຢ່າງມີປະສິດທິຜົນ, ຕ້ອງຖືເອົາວຽກງານອະນຸລັກຮັກສາດິນ ແລະ ນ້ຳໄວ້ຢູ່ໃນຖານະສຳຄັນ, ຖ້າບໍ່ດັ່ງນັ້ນ ໃນອະນາຄົດກໍຈະເຫຼືອແຕ່ພູປອກໂລ້ນ ແລະ ສອງຝາມືເປົ່າເທົ່ານັ້ນ.

ຫຼັງຈາກນັ້ນມາ 20 ກວ່າປີ, ບ້ານສາງໂຂ້ວໄດ້ອະນຸລັກສິ່ງແວດລ້ອມນິເວດໃຫ້ດີມາໂດຍຕະຫຼອດ, ວິສາຫະກິດທັງຫຼາຍທີ່ທາງບ້ານດຶງດູດມາລົງທຶນພັດທະນາຢູ່ພາຍໃນບ້ານນັ້ນ ຕ່າງກໍບໍ່ໄດ້ທຳລາຍສິ່ງແວດລ້ອມ, ແຕ່ແມ່ນອາໄສຂະແໜງການທ່ອງທ່ຽວແບບພັກຜ່ອນຢ່ອນອາລົມ, ການທ່ອງທ່ຽວກະສິກຳ ແລະ ການລ້ຽງສັດທີ່ມີເອກະລັກ ເຊິ່ງໄດ້ບັນລຸການພັດທະນາທີ່ດີຫຼາຍ ແລະ ສາມາດຮັກສາພູຂຽວນ້ຳໃສໄດ້ຈົນມາເຖິງທຸກມື້ນີ້.

ປັດຈຸບັນ, ຢູ່ປາກທາງເຂົ້າບ້ານໄດ້ຕັ້ງສີລາຈາລຶກສອງກ້ອນ ເຊິ່ງກ້ອນໜຶ່ງໄດ້ຈາລຶກລະບຽບຂອງຊາວບ້ານ, ອີກກ້ອນໜຶ່ງແມ່ນຈາລຶກຄຳສັ່ງສອນຂອງທ່ານ ສີຈິ້ນຜິງ ໃນຕອນນັ້ນ. ສາງໂຂ້ວໄດ້ກາຍເປັນບ້ານຊົນນະບົດທີ່ສວຍງາມ ມີຊື່ສຽງໂດ່ງດັງຫຼາຍ ບໍ່ວ່າຢູ່ບ້ານໃກ້ ແລະ ໄກລ້ວນແຕ່ຮູ້ຈັກ, ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີສຳລັບການພັກຜ່ອນຢ່ອນອາລົມຂອງຄົນທັງຫຼາຍ.

 

 

ພາບໃໝ່ໃນປັດຈຸບັນຂອງບ້ານສາງໂຂ້ວ

 

ຍັງມີເລື່ອງລາວນ້ອຍໆທີ່ໜ້າສົນໃຈເລື່ອງໜຶ່ງ, ຄືໃນຕອນບ່າຍວັນທີ 10 ເມສາ 1997, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປສຳຫຼວດກວດກາວຽກງານການສ້າງສາຊົນນະບົດ, ການພັດທະນາການທ່ອງທ່ຽວ ແລະ ໄປຢື້ຢາມຖາມຂ່າວປະຊາຊົນຜູ້ທຸກຍາກຢູ່ເມືອງໄທ້ນິງ, ທ່ານ ສີຈິ້ນຜິງ ພ້ອມດ້ວຍຄົນທັງຫຼາຍໄດ້ລ່ອງແພໄປຕາມຫ້ວຍຊ້າງຊິ່ງ ເພື່ອເດີນທາງໄປສຳຫຼວດກວດກາວຽກງານ. ພາຍຫຼັງເດີນທາງໄປໄລຍະໜຶ່ງແລ້ວ, ບັງເອີນມີປາໄນນ້ອຍໂຕໜຶ່ງໄດ້ເຕັ້ນຂຶ້ນເທິງແພ ພໍດີຕົກຢູ່ທາງຂ້າງຂອງທ່ານສີຈິ້ນຜິງ, ເພິ່ນເລີຍກົ້ມຫົວກອບເອົາປາໂຕນັ້ນແລ້ວເອົາໃສ່ເຂົ້າໃນຖົງຢາງທີ່ໃສ່ນ້ຳຫ້ວຍເຕັມຖົງ. ເມື່ອຮອດແຄມຝັ່ງແລ້ວ, ເພິ່ນກໍຄ່ອຍໆປ່ອຍປານ້ອຍໂຕນັ້ນຄືນສູ່ທຳມະຊາດ ພ້ອມທັງແນມເບິ່ງມັນຄ່ອຍໆລອຍຈາກໄປ.

ເລື່ອງນີ້ໄດ້ສ້າງຄວາມປະທັບໃຈເປັນທີ່ສຸດໃຫ້ຜູ້ຄົນທັງຫຼາຍທີ່ຕິດຕາມ ທ່ານສີຈິ້ນຜິງ ໄປສຳຫຼວດຄົ້ນຄວ້າວຽກງານໃນຄັ້ງນັ້ນ, ໃຜໆກໍບໍ່ນຶກເລີຍວ່າ ເພິ່ນຖະ  ໜອມຮັກສັດນ້ອຍປານນີ້ ໂດຍບໍ່ພຽງແຕ່ຊ່ວຍເຫຼືອຊີວິດຂອງມັນເທົ່ານັ້ນ ແຕ່ຍັງໄດ້ປ່ອຍມັນກັບຄືນສູ່ທຳມະຊາດຕື່ມອີກ. ສິ່ງນີ້ບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມໃຈບຸນຂອງ ທ່ານ ສີຈິ້ນຜິງ ເທົ່ານັ້ນ ຍັງໄດ້ສ່ອງແສງໃຫ້ເຫັນວ່າ ເພິ່ນມີຄວາມຮັກແພງຕໍ່ສິ່ງແວດລ້ອມນິເວດ, ຕໍ່ສັດ ແລະ ພືດ ກໍຄືການໃຫ້ຄວາມສຳຄັນຕໍ່ການສ້າງ ແລະ ອະນຸລັກສິ່ງແວດລ້ອມນິເວດນັ້ນຈະບໍ່ແມ່ນເລື່ອງບັງເອີນເດັດຂາດ. ເລື່ອງລາວນ້ອຍໆເລື່ອງນີ້ໄດ້ຖືກປະຊາຊົນເລົ່າຂານຕໍ່ກັນໄປຢ່າງກວ້າງຂວາງຢູ່ນະຄອນສ່ານໝິງມາໂດຍຕະຫຼອດ.