ຟິລິບປິນ ແລະ ອາເມຣິກາຈະຈັດກອງປະຊຸມ “2+2”ຢູ່ນະຄອນຫຼວງມານີລາໃນເດືອນມີນາປີນີ້

2024-01-29 17:01:24 CRI


    ວັນທີ 29 ມັງກອນນີ້, ທ່ານໂຮເຊ ມານູເອວ ໂຣມູອັນເດັສ ເອກອັກຄະລັດຖະທູດຟິລິບປິນປະຈຳອາເມຣິກາກ່າວວ່າ, ຟິລິບປິນ ແລະ ອາເມຣິກາມີແຜນຈະຈັດກອງປະຊຸມ “2+2” ຢູ່ນະຄອນຫຼວງມານີລາໃນເດືອນມີນາປີນີ້, ໂດຍຈະມີເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດຂອງສອງປະເທດເຂົ້າຮ່ວມ. ຄາດວ່າ ທ່ານເອັນຣີເຄ ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ, ທ່ານກິວເບີໂຕ ເທໂອໂດໂຣ, ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນ ຈະພົບປະກັບທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ແລະ ທ່ານລີໂອອິດ ອົສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ. ເຊິ່ງຈະເປັນຄັ້ງທຳອິດທີ່ຈັດກອງປະຊຸມແນວນີ້ຂຶ້ນຢູ່ຟິລິບປິນນັບແຕ່ປີ 2012 ເປັນຕົ້ນມາ.