ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທຕ້ອນຮັບການເຂົ້າພົບຂອງທ່ານວາງຢີ້

2024-01-29 16:18:52 cri

 

    ວັນທີ 28 ມັງກອນນີ້, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງບາງກອກປະເທດໄທ.

    ທ່ານວາງຢີ້ກ່າວວ່າ: ຣາຊະວົງໄທໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ມິດຕະພາບຈີນ-ໄທຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າຣາຊະວົງໄທຈະປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາໄມຕີຈິດມິດຕະພາບຈີນ-ໄທພາຍໃຕ້ສະຖານະການໃໝ່. ສົມເດັດແມ່ນເພື່ອນມິດທີ່ດີ ແລະ ເພື່ອນມິດເກົ່າຂອງປະຊາຊົນຈີນ, ໄດ້ຮັບຫຼຽນໄຊມິດຕະພາບ ແລະ ສະເດັດມາຢ້ຽມຢາມປະເທດຈີນ 50 ກວ່າຄັ້ງ,  ເຊິ່ງເປັນການເສີມຂະຫຍາຍບົດບາດຊັກນຳເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກັນລະຫວ່າງປະຊາຊົນສອງຊາດ, ສາມາດເວົ້າໄດ້ວ່າເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງຈີນ-ໄທ. ປີໜ້າແມ່ນຈີນ-ໄທສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ຈີນຍິນດີຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງສອງຝ່າຍ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່.

    ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ກ່າວວ່າ: ຂ້າພະເຈົ້າທະນຸຖະໜອມມິດຕະພາບລະຫວ່າງໄທ ແລະ ຈີນ,ໂດຍສະແດງຫຼຽນໄຊມິດຕະພາບທີ່ປະດັບໂດຍທ່ານສີຈິ້ນຜິງ ປະທານປະເທດຈີນໃຫ້ແກ່ນັກຮຽນນັກສຶກສາເບິ່ງເລື້ອຍໆ. ຂ້າພະເຈົ້າຫວັງວ່າຈະຮັດແໜ້ນການຕິດຕໍ່ພົວພັນ ແລະ ການແລກປ່ຽນໃນຂົງເຂດຕ່າງໆກັບຈີນ, ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ການສຶກສາ, ການແພດດັ້ງເດີມ, ເຕັກໂນໂລຊີ, ການບິນອະວະກາດ ແລະອື່ນໆ. ປະເທດຈີນກວ້າງໃຫຍ່ໄພສານ ແລະ ອຸດົມສົມບູນ, ເຖິງວ່າໄດ້ໄປຢ້ຽມຢາມຈີນເປັນຫຼາຍຄັ້ງແລ້ວກໍຕາມ, ແຕ່ກໍຍັງຢາກໄປຢ້ຽມຢາມຫຼາຍໆແຫ່ງຕື່ມອີກ ແລະ ຂ້າພະເຈົ້າຫວັງວ່າຈະໄດ້ໄປຢ້ຽມຢາມຈີນອີກຄັ້ງ.