ເປັນຫຍັງຈາກວິສາຫະກິດອາເມຣິກາຈົນໄປຮອດວິສາຫະກິດສ.ເກົາຫຼີ ລ້ວນແຕ່ນິຍົມໃຊ້ໝໍ້ໄຟສະໜອງພະລັງດັນຂອງຈີນ?

2024-01-29 14:43:48 CRI



ຫວ່າງກ່ອນນີ້ບໍ່ດົນ,  “ເສດຖະກິດສ.ເກົາຫຼີ ” ທີ່ເປັນສື່ມວນຊົນສ.ເກົາຫຼີ ໄດ້ລາຍງານຂ່າວກ່ຽວກັບສະພາບຄວາມຫຍຸ້ງຍາກຂອງວິສາຫະກິດຜະລິດລົດຍົນຂອງສ.ເກົາຫຼີ. ຄຽງຄູ່ກັບລັດຖະບານອາເມຣິກາໃຊ້ມາດຕະການລົງໂທດດ້ານການສົ່ງອອກຕໍ່ຈີນຮຸນແຮງຂຶ້ນເລື້ອຍໆ, ວິສາຫະກິດຜະລິດລົດຍົນຂອງສ.ເກົາຫຼີທີ່ອາໄສການສະໜອງວັດຖຸໝໍ້ໄຟຂອງຈີນໃນລະດັບສູງນັ້ນໄດ້ພົບຄວາມຫຍຸ້ງຍາກຫຼາຍທີ່ສຸດ. ດັ່ງນັ້ນ, ວິສາຫະກິດເຫຼົ່ານີ້ຈຶ່ງພາກັນຍືນໃບຮ້ອງຂໍ, ໂດຍຮຽກຮ້ອງໃຫ້ລັດຖະບານອາເມຣິກາຫຼຸດຜ່ອນຂໍ້ຈຳກັດຕໍ່ຈີນ, ອະນຸຍາດໃຫ້ເຂົາເຈົ້າສາມາດຈັດຊື້ວັດຖຸໝໍ້ໄຟທີ່ສຳຄັນຢູ່ຈີນ. ບໍລິສັດເທັສລາຂອງອາເມຣິກາກໍໄດ້ພົບກັບຄວາມຫຍຸ້ງຍາກແບບນີ້ເຊັ່ນດຽວກັນ. ຍ້ອນວ່າ ການຜະລິດໝໍ້ໄຟຂອງລົດພະລັງງານໝໍ້ໄຟລຸ້ນໃໝ່ Cybertruck ໄດ້ຕົກຢູ່ໃນສະພາບທີ່ຫຍຸ້ງຍາກ, ບໍລິສັດເທັສລາຈຶ່ງໄດ້ຂໍການຊ່ວຍເຫຼືອນຳບໍລິສັດຈີນຢ່າງຮີບດ່ວນ, ຫວັງວ່າຈະໄດ້ຮັບການສະໜັບສະໜູນດ້ານຊິ້ນສ່ວນໝໍ້ໄຟໂດຍໄວ.


ຫວ່າງກ່ອນນີ້ບໍ່ດົນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ຂໍ້ມູນຫຼ້າສຸດໂດຍຢືນຢັນວ່າ, ປີ 2023 ໝໍ້ໄຟສະໜອງພະລັງດັນທີ່ຈີນສົ່ງອອກນັ້ນມີເຖິງ 127,4 ຈີກາວັດໂມງ, ເພີ່ມຂຶ້ນ 87,1% ເມື່ອທຽບໃສ່ປີ 2022, ແລະກວມເອົາຂະໜາດການຕະຫຼາດຢູ່ໃນແຖວໜ້າຂອງໂລກເປັນເວລາ 7 ປີຕິດຕໍ່ກັນ. ໃນນັ້ນ, ຕະຫຼາດທີ່ຈີນສົ່ງອອກຫຼາຍທີ່ສຸດແມ່ນເອີຣົບ, ຖັດຈາກນັ້ນແມ່ນອາເມຣິກາ ແລະ ອາຊີຕາເວັນອອກສຽງໃຕ້. ບໍ່ພຽງແຕ່ເທົ່ານັ້ນ, ໃນ 10 ວິສາຫະກິດທີ່ຜະລິດໝໍ້ໄຟສະໜອງພະລັງດັນທີ່ໄດ້ມີປະລິມານການປະກອບໃສ່ລົດຫຼາຍທີ່ສຸດນັ້ນ, ແມ່ນມີວິສາຫະກິດຈີນ 6 ແຫ່ງ.


ການພັດທະນາຂອງອຸດສາຫະກຳໝໍ້ໄຟສະໜອງພະລັງດັນຂອງຈີນ, ໄດ້ຊຸກຍູ້ໃຫ້ອຸດສາຫະກຳຜະລິດລົດຍົນຂອງໂລກຫັນປ່ຽນຮູບແບບການພັດທະນາໄປສູ່ທິດສີຂຽວ ແລະ ກາກບອນຕ່ຳ, ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃຫ້ແກ່ການພັດທະນາແບບສີຂຽວຂອງໂລກ, ໄດ້ສ້າງຊື່ສຽງໄປໃນທາງທີ່ດີຢ່າງຫຼວງຫຼາຍໃນໂລກ. ຫວ່າງມໍ່ໆມານີ້, ອົງການຈັດຕັ້ງຕ່າງໆ, ເຊັ່ນ: ສູນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນອາເມຣິກາ ແລະອົງການອື່ນໆໄດພາກັນກ່າວວ່າ, ຄຽງຄູ່ກັບ ຜະລິດຕະພັນຕ່າງໆຂອງຈີນ ເຊິ່ງລວມທັງໝໍ້ໄຟສະໜອງພະລັງດັນ ແລະອື່ນໆມີການສົ່ງອອກເພີ່ມຂຶ້ນໄປຢ່າງເຂັ້ມແຂງ, ອຸດສາຫະກຳຫຼາຍຂະແໜງໄດ້ພັດທະນາຢ່າງວ່ອງໄວ, ຈີນຍັງຄົງເປັນຕະຫຼາດທີ່ນັກລົງທຶນຕ່າງປະເທດບໍ່ຍອມໜີຈາກໄດ້ ແລະ ຍິ່ງເປັນພະລັງຂັບເຄື່ອນອັນແຂງແຮງທີ່ຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ.