ທ່ານວາງຢີ້ແລະຮອງນາຍົກໄທຈັດການເປິກສາຫາລືປະຈຳປີ

2024-01-29 16:58:07 cri


   ວັນທີ 28 ມັງກອນນີ້ຕາມເວລາທ້ອງຖິ່ນ,ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທໄດ້ຈັດການເປິກສາຫາລືປະຈຳປີຢູ່ນະຄອນຫຼວງບາງກອກຂອງໄທ.

   ທ່ານວາງຢີ້ກ່າວວ່າ: ປີໜ້າແມ່ນປີທີ່ຈີນແລະໄທສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ການພັດທະນາທີ່ກ້າວໄປສູ່ຄວາມທັນສະໄໝຂອງສອງປະເທດແລະການສ້າງຄູ່ຮ່ວມຊາຕາກຳຈີນ-ໄທລ້ວນແຕ່ໄດ້ຜະເຊີນໜ້າກັບໂອກາດໃໝ່, ສອງຝ່າຍຄວນມີການປະຕິບັດຕົວຈິງແລະຍາດໄດ້ຜົນງານໃໝ່. ຈີນຍິນດີສຸມໃສ່ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທໃຫ້ມີຄວາມໝັ້ນທ່ຽງ, ຈະເລີນຮຸ່ງເຮືອງແລະຍືນຍົງກວ່າເກົ່າ, ເພີ່ມທະວີການຮ່ວມມືທີ່ຕິດແທດກັບຕົວຈິງໃນຂົງເຂດຕ່າງໆ,ຕື່ມເນື້ອໃນອັນໃໝ່ຍຸກແຫ່ງໃໝ່ເຂົ້າໃສ່ການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

   ຈີນ-ໄທຄວນເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຕື່ມອີກ, ພ້ອມກັນວາງແຜນການຈັດກິດຈະກຳເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ50ປີໃຫ້ດີ. ສອງຝ່າຍຕ້ອງຕັ້ງໜ້າຊຸກຍູ້ການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງ, ເລັ່ງລັດກໍ່ສ້າງທາງລົດໄຟຈີນ-ໄທ, ຊຸກຍູ້ການຈັດຕັ້ງປະຕິບັດແນວຄວາມຄິດທີ່ໄດ້ມີການວາງແຜນການພັດທະນາເຊື່ອມຕໍ່ກັນລະຫວ່າງຈີນ-ລາວ-ໄທໂດຍໄວ. ສຸມໃສ່ການຮ່ວມມືກັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ວາງແຜນຊຸກຍູ້ການຮ່ວມມືໃນຂົງເຂດການລົງທຶນດ້ານເສດຖະກິດການຄ້າ. ນຳໃຊ້ມາດຕະການສຳຄັນທີ່ທັງສອງປະເທດໃຫ້ຍົກເວັ້ນວິຊ່າຕໍ່ກັນນັ້ນໃຫ້ດີ, ເຮັດໃຫ້ປະຊາຊົນສອງຊ່າດໄດ້ໄປມາຫາສູ່ກັນຢ່າງແໜ້ນແຟ້ນ. ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງແລະການປະຕິບັດກົດໝາຍ, ໃຊ້ມາດຕະການຕົວຈິງເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວຂອງສອງຝ່າຍ, ພ້ອມກັນປາບປາມອາຊະຍາກຳຂ້າມຊາດເຊັ່ນ: ການຫຼິ້ນພະນັນທາງອອນລາຍແລະການສໍ້ໂກງຊັບຜ່ານທາງລະບົບໂທລະຄົມເປັນຕົ້ນ, ປົກປ້ອງຄວາມປອດໄພແລະສະຖຽນລະພາບຂອງບັນດາປະເທດໃນພາກພື້ນ.

   ທ່ານປານປຣີກ່າວວ່າ: ໄທໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງໄທ-ຈີນ ແລະຈະສຸມໃສ່ໃນລະດັບສູງຕໍ່ການເພີ່ມທະວີການຮ່ວມມືກັບຈີນບົນຈິດໃຈໄມຕີຈິດມິດຕະພາບ, ນີ້ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດເທົ່ານັ້ນ, ແຕ່ຍັງມີຄວາມສຳຄັນທີ່ສຸດຕໍ່ສັນຕິພາບແລະສະຖຽນລະພາບຂອງໂລກອີກດ້ວຍ. ໄທໄດ້ຍຶດໝັ້ນຫຼັກການປະເທດຈີນດຽວຢ່າງເດັດດ່ຽວ ແລະບໍ່ດຳເນີນການໄປມາຫາສູ່ກັນແບບທາງການໃດໆກັບໄຕ້ຫວັນ. ໄທຍິນດີຮ່ວມກັບຈີນ ເພື່ອພ້ອມກັນວາງແຜນຈັດກິດຈະກຳການສະເຫຼີມສະຫຼອງການສ້າງສາຍພົວພັນທາງການທູດຄົບຮອບ 50 ປແໃຫ້ດີ, ດຳເນີນການແລກປ່ຽນດ້ານວັດທະນະທຳລະຫວ່າງສອງຝ່າຍຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມືກັນໃນການພັດທະນາສີຂຽວ, ເສດຖະກິດດີຈີຕອນແລະຂົງເຂດອື່ນໆ, ຊຸກຍູ້ໃຫ້ການພົວພັນສອງປະເທດຫ້ມີການຂະຫຍາຍຕົວຫຼາຍກວ່າເກົ່າ.