ໝີແພນດ້າສ່ອງແສງໃຫ້ເຫັນເຖິງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງຈີນ ກັບປະເທດອາຊີຕາເວັນອອກສຽງໃຕ້

2024-01-29 15:09:14 CRI


ຫວ່າງກ່ອນນີ້ບໍ່ດົນ, ອີງຕາມຂໍ້ມູນຜ່ານທາງວີດີໂອທີ່ເຜີຍແຜ່ໂດຍສູນຄົ້ນຄວ້າແຜ່ພັນໝີແພນດ້າເສີງຕູ່ຈີນໂດຍສະແດງໃຫ້ເຫັນວ່າ, ໝີແພນດ້າ “ເຫີເຢ້” ທີ່ຖືກເອີ້ນວ່າ “ນ້ອງຊາຍ”ນັ້ນ ໃນຄວາມເປັນຈິງແລ້ວມັນເປັນໝີໂຕແມ່! “ເຫີເຢ້” ແລະ “ຮວ່າຮວ່າ” ທີ່ຈິງເປັນ “ເອື້ອຍນ້ອງກັນ”. ສຳລັບເລື່ອງນີ້, ກໍກາຍເປັນຈຸດກະແສວິຈານກັນຢ່າງຟົດຟື້ນລະຫວ່າງຜູ້ໃຊ້ອິນເຕີເນັດຢູ່ປະເທດອາຊີຕາເວັນອອກສຽງໃຕ້, ຈົນກາຍເປັນຫົວຂໍ້ທີ່ໜ້າສົນໃຈຫຼາຍໃນໂລກອິນເຕີເນັດມາເປັນໄລຍະໜຶ່ງ, “ຄວາມນິຍົມໝີແພນດ້າ” ໄດ້ແຜ່ຂະຫຍາຍຢູ່ປະເທດອາຊີຕາເວັນອອກສຽງໃຕ້ຢ່າງກວ້າງຂວາງມາແຕ່ດົນແລ້ວ.


ໝີແພນດ້າທີ່ໜ້າຮັກເປັນມິ່ງຂວັນປະຈຳຊາດຂອງຈີນ, ແລະກໍຍັງເປັນຂວັນໃຈລະດັບສຸດຍອດຂອງປະຊາຊົນປະເທດອາຊີຕາເວັນອອກສຽງໃຕ້ນຳອີກ. ຕົວຢ່າງວ່າ ຢູ່ສິງກະໂປ, ມະເລເຊຍ, ໄທ ແລະ ປະເທດອື່ນໆແລ້ວ, ໝີແພນດ້າທຸກໂຕທີ່ຈີນເຊົ່າໃຫ້ປະເທດເຫຼົ່ານີ້, ລ້ວນແຕ່ໄດ້ກາຍເປັນຂວັນໃຈປະຊາຊົນຂອງປະເທດເຫຼົ່ານີ້ມາໂດຍຕະຫຼອດ.



ໃນຖານະເປັນປະເທດທີ່ມີເນື້ອທີ່ນ້ອຍທີ່ສຸດໃນບັນດາປະເທດອາຊີຕາເວັນອອກສຽງໃຕ້, ສິງກະໂປໄດ້ຈັດແຈງຫໍວາງສະແດງໝີແພນດ້າຂະໜາດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້ ໃຫ້ເປັນທີ່ຢູ່ອາໄສຂອງໝີແພນດ້າ “ເຈ່ຍເຈ່ຍ” ແລະ “ໄຄໄຄ” ທີ່ຈີນເຊົ່າໃຫ້ສິງກະໂປ, ຖືວ່າເປັນມາດຕະຖານສູງສຸດແລ້ວ. ປີ 2021, “ເຈ່ຍເຈ່ຍ” ແລະ “ໄຄໄຄ” ໄດ້ອອກລູກ ແລະ ຕັ້ງຊື່ວ່າ “ເລິເລິ”, ໃນໂອກາດນີ້, ທ່ານຫຼີຊຽນໂລງ ນາຍົກລັດຖະມົນຕີສິງກະໂປໄດ້ປະກອບຄຳເຫັນຜ່ານສື່ສັງຄົມອອນລາຍວ່າ: “ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່  ເຈ່ຍເຈ່ຍ ແລະ ໄຄໄຄໄດ້ອອກລູກໝີແພນດ້າທີ່ມີສຸຂະພາບແຂງແຮງດີຢູ່ສິງກະໂປ.” ອີງຕາມສັນຍາລະຫວ່າງຈີນ ແລະ ສິງກະໂປ, ເລິເລິໄດ້ກັບຄືນປະເທດຈີນໃນວັນທີ 16 ມັງກອນນີ້. ໃນມື້ສຸດທ້າຍທີ່ເລິເລິອອກມາພົບກັບນັກທ່ອງທ່ຽວຢູ່ປະເທດສິງກະໂປນັ້ນ, ສວນສັດໄດ້ຈັດພິທີອຳລາຢ່າງຄຶກຄື້ນ, ມີຜູ້ຊົມຫຼາຍກວ່າພັນຄົນໄດ້ໄປອຳລາກັບໝີແພນດ້າ ເລິເລິ.


ຜູ້ທີ່ມີຄວາມອາໄລອາວອນກັບໝີແພນດ້າຈີນນັ້ນ, ຍັງມີປະຊາຊົນມະເລເຊຍທີ່ຮັກໝີແພນດ້າບໍ່ໄດ້ນ້ອຍໜ້າໄປກວ່າປະເທດອື່ນ. ປີ 2023, ຢູ່ມະເລເຊຍ, ໃນມື້ທີ່ໝີແພນດ້າ “ຢີຢີ” ແລະ “ເສີ່ງຢີ” ຈະອຳລາຈາກມະເລເຊຍກັບຄືນປະເທດຈີນນັ້ນ, ຢູ່ສອງຟາກທາງຂອງສວນສັດໄດ້ເຕັມໄປດ້ວຍນັກທ່ອງທ່ຽວ, ປະຊາຊົນ, ສື່ມວນຊົນ ແລະ ພະນັກງານ, ເຖິງວ່າມື້ນັ້ນຈະມີຝົນຕົກລົງມາກໍຕາມ, ແຕ່ກໍບໍ່ສາມາດຫຼຸດຜ່ອນຄວາມກະຕືລືລົ້ນຂອງພວກເຂົາເຈົ້າທີ່ໄປສົ່ງ ແລະ ກ່າວຄຳອຳລາ ໃຫ້ກັບໝີແພນດ້າ “ຢີຢີ” ແລະ “ເສີ່ງຢີ”. ຍ້ອນວ່າໄດ້ເບິ່ງແຍງໝີແພນດ້າເປັນຢ່າງດີ, ສວນສັດແຫ່ງຊາດມະເລເຊຍກໍໄດ້ຮັບຄວາມຍອມຮັບໃນລະດັບສູງຈາກຝ່າຍຈີນ. ຜູ້ໃຊ້ອິນເຕີເນັດຂອງຈີນຕີລາຄາວ່າ, ໝີແພນດ້າທີ່ເຊົ່າໃຫ້ມະເລເຊຍນັ້ນແມ່ນໄດ້ຮັບຄວາມຮັກແພງໃນລະດັບສູງທີ່ສຸດ, ມີແຕ່ດຳລົງຊີວິດແບບ “ບໍ່ຕ້ອງເບິ່ງແຍງຕົນເອງ, ອ້າປາກຖ້າການປ້ອນເຂົ້າເມື່ອຮອດເວລາກິນ”.


ປີ 2023, ໝີແພນດ້າ “ຫຼິນຮຸ້ຍ” ອາຍຸ 21 ປີທີ່ຢູ່ປະເທດໄທໄດ້ເສຍຊີວິດ, ປະຊາຊົນໄທຮູ້ສຶກເສົ້າໃຈຫຼາຍ. ໃນເວລານັ້ນ, ຄົນໄທຫຼາຍຄົນໄດ້ເຕົ້າໂຮມກັນຢູ່ນອກຫໍໝີແພນດ້າ ແລະ ວາງຊໍ່ດອກໄມ້ຢູ່ດ້ານໜ້າ, ສວນສັດຊຽງໃໝ່ຍັງໄດ້ໄດ້ພິທີໄວ້ອາໄລ, ພະນັກງານໄດ້ວາງດອກໄມ້ຢູ່ໜ້າຮູບຖ່າຍຂອງໝີແພນດ້າ “ຫຼິນຮຸ້ຍ” ທັງສະແດງຄວາມໄວ້ອາໄລພ້ອມກັນ. ປະຊາຊົນທ້ອງຖິ່ນຈຳນວນໜຶ່ງໃຫ້ສຳພາດໂດຍກ່າວວ່າ, ໝີແພນດ້າ “ຫຼິນຮຸ້ຍ” ເປັນໝູ່ໃນໄວເດັກຂອງເຂົາເຈົ້າ, ຫວັງວ່າມັນຈະມີຄວາມສຸກໃນແດນສະຫວັນໝີແພນດ້າ.


ອີງຕາມຂໍ້ມູນຫຼ້າສຸດທີ່ກົມຄຸ້ມຄອງປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນ ໂດຍສະແດງໃຫ້ເຫັນວ່າ, ປັດຈຸບັນຢູ່ຈີນມີໝີແພນດ້າ 50 ກວ່າໂຕດຳລົງຊີວິດຢູ່ແຫ່ງຕ່າງໆຂອງໂລກ. ສຳລັບໝີແພນດ້າທີ່ຖືກສົ່ງໄປປະເທດອາຊີຕາເວັນອອກສຽງໃຕ້ນັ້ນ, ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນໄມຕີຈິດມິດຕະພາບລະຫວ່າງສອງຝ່າຍ, ແລະກໍເປັນສາຍເຊື່ອມຕໍ່ສາຍສຳພັນລະຫວ່າງປະຊາຊົນຈີນ ກັບປະຊາຊົນປະເທດອາຊີຕາເວັນອອກສຽງໃຕ້.