ຈີນຍິນດີສົງເສີມ, ປົກປ້ອງສິດທິມະນຸດ ແລະ ເຂົ້າຮ່ວມການບໍລິຫານສິດທິມະນຸດທົ່ວໂລກຢ່າງຕັ້ງໜ້າ

2024-01-30 16:47:12 cri

ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 29 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳກ່ຽວກັບສະພາບການພິຈາລະນາສິດທິມະນຸດປະເທດຕ່າງໆຂອງສະພາສິດທິມະນຸດອົງການ ສປຊ.

ທ່ານວ່າງເວີນປິ່ນກ່າວວ່າ: ວັນທີ 26 ມັງກອນນີ້, ກອງປະຊຸມສະໄໝທີ 45 ຂອງໜ່ວຍງານຄົ້ນຄວ້າພິຈາລະນາສິດທິມະນຸດປະເທດຕ່າງໆຂອງສະພາສິດທິມະນຸດອົງການ ສປຊ ໄດ້ເປັນເອກະພາບກັນຮັບຮອງເອົາບົດລາຍງານກ່ຽວກັບຈີນ ເຂົ້າຮ່ວມການພິຈາລະນາສິດທິມະນຸດປະເທດຕ່າງໆໃນຮອບທີ 4. 120 ກວ່າປະເທດໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຄວາມຄືບໜ້າຂອງພາລະກິດສິດທິມະນຸດຂອງຈີນ ແລະ ມີການຍອມຮັບຢ່າງເຕັມທີ່ຕໍ່ຈີນທີ່ໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະໃນດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ.

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ໃນຂະນະດຽວກັນກັບການຊຸກຍູ້ພາລະກິດສິດທິມະນຸດຂອງຕົນໃນຄຸນນະພາບສູງ, ຈີນຈະຊູຄັນທຸງແຫ່ງສັນຕິພາບ, ການພັດທະນາ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຍຶດໝັ້ນໃຫ້ປະເທດຕ່າງໆມີຄວາມຄືບໜ້າຮ່ວມກັນ ແລະ ເອົາໃຈໃສ່ຕໍ່ມວນມະນຸດທົ່ວໂລກ, ລິເລີ່ມການຫັນເປັນຫຼາຍຂົ້ວຂອງໂລກທີ່ສະເໝີພາບ ແລະ ເປັນລະບຽບ ກໍຄືເສດຖະກິດໂລກາພິວັດທີ່ມີຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ. ຈີນຍິນດີຮ່ວມກັບປະຊາຄົມໂລກ, ສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢ່າງເດັດດ່ຽວໜຽວແໜ້ນ, ເຂົ້າຮ່ວມການບໍລິຫານສິດທິມະນຸດທົ່ວໂລກຢ່າງຕັ້ງໜ້າ, ເສີມຂະຫຍາຍຄ່ານິຍົມຮ່ວມຂອງມວນມະນຸດ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ຮ່ວມກັນສ້າງໂລກໃຫ້ດີງາມກວ່າເກົ່າ.