ທ່ານວາຣາດີເມຍ ປູຕິນຖືກລົງທະບຽນເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຣັດເຊຍປີ 2024 ຢ່າງເປັນທາງການ

2024-01-30 16:43:06 cri

ວັນທີ 29 ມັງກອນນີ້, ປະທານຄະນະກຳມະການເລືອກຕັ້ງສູນກາງຣັດເຊຍກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ທ່ານວາຣາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ຖືກລົງທະບຽນເປັນ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຣັດເຊຍປີ 2024.

ເລຂາຄະນະກຳມະການເລືອກຕັ້ງສູນກາງຣັດເຊຍກ່າວໃນກອງປະຊຸມຖະແຫຼງຂ່າວດັ່ງກ່າວວ່າ: ໃນລາຍເຊັນຂອງຜູ້ໜັບສະໜູນ 315.000 ຄົນທີ່ຍື່ນໂດຍສຳນັກງານໃຫຍ່ສຳລັບການລົງສະໝັກຮັບເລືອກຕັ້ງຂອງທ່ານວາລາດີເມຍ ປູຕິນ, ຄະນະກຳມະການເລືອກຕັ້ງສູນກາງຣັດເຊຍໄດ້ເລືອກເອົາ 60.000 ລາຍເຊັນໂດຍບໍ່ໄດ້ຄັດຈ້ອນ ເພື່ອດຳເນີນການກວດກາ, ຜົນການກວດກາສະແດງໃຫ້ເຫັນວ່າ: ມີ 91 ລາຍເຊັນເປັນໂມຄະ ເຊິ່ງຖືກກັບຂໍ້ກຳນົດກ່ຽວກັບການລົງທະບຽນເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ.