ເປຣູກາຍເປັນປະເທດຄູ່ພັດທະນາທີ 6 ຂອງອາຊຽນ

2024-01-30 11:02:17 CRI


ວັນທີ 29 ມັງກອນນີ້ຕາມເວລາທ້ອງຖິ່ນ, ອາຊຽນໄດ້ຕົກລົງເຫັນດີຮັບເອົາເປຣູເຂົ້າເປັນຄູ່ພັດທະນາໃໝ່ຕື່ມອີກປະເທດໜຶ່ງ. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນແບບວົງແຄບທີ່ຈັດຂຶ້ນຢູ່ແຂວງຫຼວງພະບາງປະເທດລາວໃນມື້ດຽວກັນນັ້ນໄດ້ວາງຂໍ້ຕົກລົງຮັບເອົາເປຣູດັ່ງກ່າວ.


ເປຣູເປັນປະເທດທີ 6 ທີ່ໄດ້ສ້າງສາຍພົວພັນຄູ່ພັດທະນາກັບອາຊຽນ, 5 ປະເທດອື່ນໆ ທີ່ເປັນຄູ່ພັດທະນາ, ຄື ເຢຍລະມັນ, ຝຣັ່ງ, ອິຕາລີ, ໂຮນລັງ ແລະ ຊີເລ.