ນາຍົກໄທຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານວາງຢີ້

2024-01-30 12:39:51 cri

 

    ວັນທີ 29 ມັງກອນນີ້, ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງບາງກອກປະເທດໄທ.

    ທ່ານວາງຢີ້ກ່າວວ່າ: ຈີນຍິນດີຮ່ວມກັບໄທຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງສອງປະເທດ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ຖືເອົາການຍົກເວັ້ນວິຊ່າກັນເປັນໂອກາດເພື່ອຊຸກຍູ້ການທ່ອງທ່ຽວລະຫວ່າງສອງຝ່າຍ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ ຄື: ເສດຖະກິດການຄ້າ ແລະ ການລົງທຶນເປັນຕົ້ນ. ສອງຝ່າຍຕ້ອງຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເລັ່ງລັດກໍ່ສ້າງທາງລົດໄຟຈີນ-ໄທ,  ເຮັດໃຫ້ຕອນກາງຂອງທາງລົດໄຟຜ່ານອາຊີເຊື່ອມຈອດກັນ ແລະ ເຮັດໃຫ້ພາກພື້ນເຊື່ອມໂຍງເຊື່ອມຈອດກັນ, ຊຸກຍູ້ການຈັດຕັ້ງປະຕິບັດແນວຄວາມຄິດທີ່ ພັດທະນາເຊື່ອມຕໍ່ກັນລະຫວ່າງຈີນ-ລາວ-ໄທໂດຍໄວ, ເພີ່ມພະລັງແຮງຂັບເຄື່ອນອັນໃໝ່ ແລະ ສ້າງຊ່ອງທາງໃໝ່ເຂົ້າໃນການພັດທະນາຍາວນານລະຫວ່າງສອງປະເທດ.

    ທ່ານເສດຖາ ທະວີສິນ ກ່າວວ່າ, ໄທໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຫວັງວ່າພາກສ່ວນຮັບຜິດຊອບທີ່ກ່ຽວຂ້ອງຂອງສອງປະເທດຈະເພີ່ມທະວີການຕິດຕໍ່ພົວພັນ, ເລັ່ງລັດຊຸກຍູ້ໂຄງການທີ່ກ່ຽວຂ້ອງເພື່ອຍົກສູງລະດັບເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນ. ປີໜ້າແມ່ນໄທ ແລະ ຈີນສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ສອງຝ່າຍຄວນວາງແຜນໂດຍໄວ, ຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງສອງປະເທດ, ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດມີການພັດທະນາອັນໃໝ່ໃຫຍ່ກວ່າເກົ່າ.

    ພາຍຫຼັງການພົບປະ, ການນຳສອງປະເທດໄດ້ຮ່ວມກັນເຂົ້າຮ່ວມພິທີເຊັນສັນຍາກ່ຽວກັບຜະລິດຕະພັນກະສິກຳສົ່ງອອກສູ່ຈີນ.