ແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກກັບເປົ້າໝາຍ” ໄດ້ແຕກດອກອອກຜົນຢູ່ປະເທດລາວຢ່າງໄພສານ

2024-01-30 16:06:19 CRI


ປີ 2023 ທີ່ຫາກໍຜ່ານໄປນັ້ນແມ່ນປີທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກກັບເປົ້າໝາຍ”ຄົບຮອບ 10 ປີ. ໃນ 10 ປີຜ່ານມາ, ປະຊາຊົນຜູ້ທຸກຍາກຂອງຈີນເກືອບ 100 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊິ່ງໄດ້ສະເໜີແບບແຜນຂອງຈີນໃຫ້ແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ. ນອກນີ້, ຈີນຍັງໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນດ້ານການຫຼຸດຜ່ອນຄວາມທຸກຍາກ, ແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກກັບເປົ້າໝາຍ”ໄດ້ແຕກໜໍ່ຈໍ່ແໜງ ແລະແຕກດອກອອກຜົນຢູ່ຫຼາຍປະເທດ. ເວົ້າສຳລັບປະເທດລາວແລ້ວ, ແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກກັບເປົ້າໝາຍ” ເປັນບົດຮຽນອັນລ້ຳຄ່າ.



ຫວ່າງກ່ອນນີ້ບໍ່ດົນ, ຜູ້ຕາງໜ້າພາກສ່ວນລັດທີ່ກ່ຽວຂ້ອງຂອງລາວໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ “ສິບແປດຖ້ຳ” ທີ່ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງຊ່ຽງຊີ່ແຂວງຫູໜານຈີນ. ໃນກອງປະຊຸມ, ທ່ານນາງທອງໃບ ສີສົມພອນ ຮອງຫົວໜ້າຫ້ອງການກະສິກຳປ່າໄມ້ນະຄອນຫຼວງພະບາງແຂວງຫຼວງພະບາງລາວໄດ້ຕາງໜ້າຝ່າຍລາວ ລົງນາມໃນບົດບັນທຶກເຈດຈຳນົງວ່າດ້ວຍການແຮກສ່ຽວລະຫວ່າງບ້ານສິບແປດຖ້ຳເມືອງຮວ່າຢວນກິ່ງແຂວງຊ່ຽງຊີ່ແຂວງຫູໜານຈີນກັບບ້ານຖິ່ນຊົມນະຄອນຫຼວງພະບາງແຂວງຫຼວງພະບາງຂອງລາວ. ເທື່ອນີ້ແມ່ນທາງນາງທອງໃບໄດ້ມາຢ້ຽມຢາມຈີນເປັນຄັ້ງທຳອິດ, ຫຼັງຈາກທີ່ໄດ້ສຳຜັດກັບຜົນງານການພັດທະນາຂອງຊົນນະບົດຈີນແລ້ວ, ທ່ານໄດ້ເວົ້າດ້ວຍຄວາມຕື່ນເຕັ້ນດີໃຈວ່າ: “ເຊື່ອວ່າບ້ານຖິ່ນຊົມຈະຄືກັນກັບບ້ານຊຽງລ້ອມ, ຄົ້ນຫາທາງອອກໄດ້ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.”



ບ້ານຊຽງລ້ອມທີ່ທ່ານນາງທອງໃບ ສີສົມພອນເວົ້າເຖິງນັ້ນ, ກໍເປັນພຶດຕິກຳຕົວຈິງທີ່ສຳເລັດຜົນຂອງບົດຮຽນຫຼຸດຜ່ອນຄວາມທຸກຍາກຢູ່ປະເທດລາວ. ເດືອນກັນຍາປີ 2017, ໂຄງການຊ່ວຍເຫຼືອດ້ານເຕັກໂນໂລຊີແຫ່ງການຮ່ວມມືສາທິດການຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກຂອງຈີນ (ພາກຢູ່ລາວ) ໄດ້ເລີ່ມຕົ້ນຢ່າງເປັນທາງການ, ໂດຍມີ 2 ບ້ານເປັນເປົ້າໝາຍໂຄງການດັ່ງກ່າວ, ບ້ານໜຶ່ງແມ່ນບ້ານຊໍ້ຢູ່ນະຄອນຫຼວງວຽງຈັນ, ອີກບ້ານໜຶ່ງແມ່ນບ້ານຊຽງລ້ອມແຂວງຫຼວງພະບາງ. ໂຄງການດັ່ງກ່າວໄດ້ນຳເອົາແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກກັບເປົ້າໝາຍ”ເຂົ້າສູ່ປະເທດລາວ, ໂດຍໄດ້ໃຊ້ມາດຕະການຕ່າງໆ, ເຊັ່ນ: ປັບປຸງສິ່ງກໍ່ສ້າງພື້ນຖານໂຄງລ່າງຢູ່ເຂດຊຸມຊົນ, ສິ່ງກໍ່ສ້າງບໍລິການສາທາລະນະ, ປັບປຸງຊີວິດການເປັນຢູ່, ສະໜອງການສະໜັບສະໜູນດ້ານເຕັກໂນໂລຊີ ແລະ ອື່ນໆ, ເຮັດໃຫ້ບ້ານເຫຼົ່ານີ້ມີໂສມໜ້າອັນໃໝ່, ຊີວິດການເປັນຢູ່ຂອງຊາວບ້ານໄດ້ຮັບການປັບປຸງດີຂຶ້ນຢ່າງຫຼວງຫຼາຍ.



ປັດຈຸບັນ ໂຄງການຫຼຸດຜ່ອນຄວາມທຸກຍາກທີ່ຈີນຊ່ວຍເຫຼືອລາວນັ້ນໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ. ໂຄງການກໍ່ສ້າງເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວທີ່ປະຕິບັດໂດຍກຸ່ມບໍລິສັດລົງທຶນກໍ່ສ້າງຢຸນນານຈີນນັ້ນ ເປັນໜຶ່ງໃນ 8 ໂຄງການໃຫຍ່ຊ່ວຍເຫຼືອລາວຂອງຈີນ, ເຊິ່ງລວມທັງການຊ່ວຍເຫຼືອສ້າງ 100 ໂຄງການສາທາລະນະສຸກຢູ່ຊົນນະບົດ, 100 ໂຄງການສະໜອງນ້ຳປະປາຢູ່ຊົນນະບົດ, 100 ໂຄງການໄຟເຍືອງທາງຢູ່ຊົນນະບົດ, ແລະ 100 ໂຄງການໂທລະພາບດີຈີຕອນຢູ່ຊົນນະບົດ. ໂຄງການໄລຍະໜຶ່ງດັ່ງກ່າວໄດ້ຊ່ວຍເຫຼືອ 30 ບ້ານຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງເພື່ອປັບປຸງເງື່ອນໄຂການຜະລິດ ແລະ ດຳລົງຊີວິດ, ເຊັ່ນ: ການສຶກສາ, ສາທາລະນະສຸກ, ການສະໜອງນ້ຳປະປາ, ສະໜອງພະລັງໄຟຟ້າ, ໂທລະພາບດີຈີຕອນ ແລະອື່ນໆ. ໂຄງການໄລຍະສອງກໍຈະເລີ່ມດຳເນີນຢູ່ 40 ບ້ານຢູ່ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງຫົວພັນ.



ການຊ່ວຍເຫຼືອເຄື່ອງຂອງບໍ່ທໍ່ກັບການຊ່ວຍເຫຼືອໃນດ້ານວິທີທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວຽກງານຫຼຸດຜ່ອນຄວາມທຸກຍາກຂອງລາວບໍ່ຄວນອາໄສແຕ່ການຊ່ວຍເຫຼືອເທົ່ານັ້ນ. ການສ້າງລະບົບລະບຽບການຜ່ານຜ່າຄວາມຫຍຸ້ງຍາກໃນການລຶບລ້າງຄວາມທຸກຍາກທີ່ມີສີສັນພິເສດຂອງຈີນ, ເປັນບົດຮຽນສຳຄັນຂອງຈີນໃນການລຶບລ້າງຄວາມທຸກຍາກ. ໂດຍຖອດຖອນບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນ, ກະຊວງກະສິກຳປ່າໄມ້ລາວໄດ້ສ້າງຕັ້ງອົງການຫຼຸດຜ່ອນຄວາມທຸກຍາກ, ເພື່ອວາງແຜນດຳເນີນງານລະດັບຊາດ. ປີ 2018, ໂດຍຜ່ານການວິເຄາະຢ່າງແມ່ນຢຳ, ລາວໄດ້ກຳນົດເອົາ 1511 ບ້ານທຸກຍາກ, ເພື່ອດຳເນີນການຊ່ວຍເຫຼືອຢ່າງຖືກກັບເປົ້າໝາຍ, ໄດ້ດຳເນີນການທົດລອງຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ, ພ້ອມທັງໄດ້ສົ່ງໜ່ວຍງານຫຼຸດຜ່ອນຄວາມທຸກຍາກລົງຕິດຕາມ ແລະ ຊີ້ນຳວຽກງານຢ່າງໃກ້ຊິດ, ໃນບາດກ້າວຕໍ່ໄປ ລາວຍັງຈະເປີດກວ້າງບົດຮຽນດັ່ງກ່າວໃຫ້ກວ້າງອອກໄປ.



ປັດຈຸບັນນີ້, ປະເທດລາວພວມ ສຸມກຳລັງດຳເນີນວຽກງານຫຼຸດຜ່ອນຄວາມທຸກຍາກ, ສຸມຄວາມພະຍາຍາມເພື່ອໃຫ້ພົ້ນອອກຈາກສະພາບດ້ອຍພັດທະນາ, ສຳລັບບົດຮຽນຂອງຈີນໃນການລຶບລ້າງຄວາມທຸກຍາກ ແລະ ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງນັ້ນ, ເປັນບົດຮຽນອັນລ້ຳຄ່າສຳລັບປະເທດລາວ. ຈີນຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງລາວ, ເພີ່ມທະວີການແລກປ່ຽນບົດຮຽນ ແລະ ການຮ່ວມມືໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.