ບໍລິສັດເຕມາເຊກຂອງສິງກະໂປຈະອອກພັນທະບັດສະກຸນເງິນຢວນຢູ່ນອກປະເທດເປັນຄັ້ງທຳອິດ

2024-01-31 14:21:14 cri

 

    ວັນທີ 30 ມັງກອນນີ້, ໂຄສົກບໍລິສັດເຕມາເຊກຂອງສິງກະໂປກ່າວວ່າ: ບໍລິສັດເຕມາເຊກຈະອອກພັນທະບັດສະກຸນເງິນຢວນຢູ່ນອກປະເທດເປັນຄັ້ງທຳອິດໂດຍລວມຍອດມີ 750.000.000 ຢວນ.

    ໂຄສົກບໍລິສັດດັ່ງກ່າວກ່າວຕື່ມວ່າ: ພັນທະບັດທີ່ມີເວລາກຳນົດ 5 ປີງວດນີ້ຄາດວ່າຈະອອກໃນວັນທີ 6 ກຸມພາໜ້ານີ້ ແລະ ເລີ່ມຊື້-ຂາຍຢູ່ຕະຫຼາດຫຼັກຊັບສິງກະໂປໃນວັນທີ 7 ກຸມພາໜ້ານີ້. ພັນທະບັດງວດນີ້ຈະໝົດເວລາທີ່ກຳນົດໄວ້ໃນປີ 2029 ແລະ ອັດຕາດອກເບ້ຍແມ່ນ 3,2%.