ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະມຸກລັດຄົນໃໝ່ຂອງມະເລເຊຍ

2024-01-31 17:07:54 CRI


ວັນທີ 31 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານຊຸນຕັນ ອິບຣາຮິມ ຊຸນຕັນ ອິສກັນດາ ເນື່ອງໃນໂອກາດທີ່ທ່ານຂຶ້ນດຳລົງຕຳແໜ່ງປະມຸກລັດມະເລເຊຍ.


ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ຈີນ ແລະ ມະເລເຊຍເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນໂດຍມີພຽງແຕ່ທະເລຂັ້ນໄວ້, ແລະສອງປະເທດກໍມີມິດຕະພາບອັນດີງາມມາແຕ່ດົນນານແລ້ວ. ນັບແຕ່ການສ້າງສາຍພົວພັນທາງການທູດເມື່ອປີ 1974 ເປັນຕົ້ນມາ, ສອງປະເທດໄດ້ຍຶດໝັ້ນການເຄົາລົບກັນ, ຄວາມສະເໝີພາບ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໄດ້ຮັບໝາກຜົນທີ່ສຳຄັນ, ສາຍພົວພັນສອງຝ່າຍໄດ້ຮັກສາທ່ວງທ່າພັດທະນາທີ່ດີ. ປີ 2023, ຂ້າພະເຈົ້າ ແລະ ທ່ານ ນາຍົກລັດຖະມົນຕີອັນວາ ບິນ ອິບຣາຮິມ ໄດ້ບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບການຮ່ວມກັນສ້າງຄູມຮ່ວມຊາຕາກຳຈີນ-ມະເລເຊຍ, ເຊິ່ງໄດ້ສ້າງແຜນແມ່ບົດແຫ່ງການພັດທະນາສາຍພົວພັນສອງປະເທດໃນໄລຍະໃໝ່. ປີ 2024 ເປັນປີທີ່ຈີນ ແລະ ມະເລເຊຍສ້າງສາຍພົວພັນທາງການທູດຄົບຮອບ 50 ປີ ທັງເປັນ “ປີມິດຕະພາບຈີນ-ມະເລເຊຍ”, ມະເລເຊຍຈະເປັນປະເທດປະສານງານການພົວພັນຈີນ-ອາຊຽນ, ສາຍພົວພັນຈີນ-ມະເລເຊຍກຳລັງປະເຊີນກັບໂອກາດການພັດທະນາອັນໃໝ່. ຂ້າພະເຈົ້າຍິນດີຮ່ວມມືກັບທ່ານອິບຣາຮິມ ດຳເນີນການໄປມາຫາສູ່ກັນບົນຈິດໃຈໄມຕີຈິດມິດຕະພາບ, ນຳພາການສ້າງຄູ່ຮ່ວມຊາຕາກຳຈີນ-ມະເລເຊຍໃຫ້ໄດ້ຮັບໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ, ນຳເອົາຄວາມຜາສຸກມາໃຫ້ແກ່ປະຊາຊົນສອງຊາດ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.