ການຂີ່ລົດໄຟຈີນ-ລາວເມືອບ້ານສະຫຼອງບຸນກຸດຈີນໄດ້ກາຍເປັນກະແສນິຍົມໃໝ່ຂອງຜູ້ເດີນທາງ

2024-01-31 16:54:26 cri

ວັນທີ 26 ມັງກອນນີ້ ເປັນມື້ເລີ່ມຕົ້ນຂອງການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນປີ 2024. ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວກໍໄດ້ເຂົ້າສູ່ໄລຍະການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນເປັນຄັ້ງທຳອິດນັບຕັ້ງແຕ່ໄດ້ເປີດບໍລິການເມື່ອວັນທີ 13 ເມສາ ປີ 2023 ເປັນຕົ້ນມາ. ການຂີ່ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວເມືອຈີນເພື່ອສະຫຼອງບຸນກຸດຈີນໄດ້ກາຍເປັນຊ່ອງທາງການສັນຈອນທີ່ກຳລັງໄດ້ຮັບຄວາມນິຍົມໃນປັດຈຸບັນ. ນອກຈາກມີຄວາມສະດວກວ່ອງໄວ, ມີປະສິດທິພາບສູງ ແລະມີຄວາມປອດໄພແລ້ວ, ມາດຕະການການບໍລິການທີ່ໄດ້ຮັບການຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງຂອງຂະບວນລົດໄຟດັ່ງກ່າວກໍໄດ້ຝັງເລິກຢູ່ໃນໃຈຂອງປະຊາຊົນ.

ນັບແຕ່ບຸນປີໃໝ່ສາກົນປີ 2024 ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຮັບໃຊ້ຜູ້ໂດຍສານຈຳນວນຫຼວງຫຼາຍຢ່າງຕໍ່ເນື່ອງ, ຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ມື້ຫຼາຍກວ່າ 10.000 ຄົນ, ອັດຕາບ່ອນນັ່ງທີ່ມີຜູ້ໂດຍສານນັ່ງກວມເຖິງ 93,1%. ໂດຍແນໃສ່ບັນຫາຊື້ປີ້ຍາກທີ່ເກີດມາຈາກຜູ້ໂດຍສານເພີ່ມຂຶ້ນຢ່າງກະທັນຫັນ, ນັບແຕ່ວັນທີ 26 ມັງກອນນີ້ເປັນຕົ້ນໄປ, ບ່ອນນັ່ງສຳລັບຜູ້ໂດຍສານຂ້າມຊາດຂອງຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວ ໄດ້ເພີ່ມຂຶ້ນຈາກ 300 ບ່ອນນັ່ງເປັນ 350 ບ່ອນນັ່ງ ເຊິ່ງຈະເຮັດໃຫ້ຜູ້ໂດຍສານສາມາດຂີ່ລົດໄຟໄປກັບລະຫວ່າງຈີນແລະລາວມີຈຳນວນບ່ອນນັ່ງຫຼາຍກວ່າເກົ່າ.

ເພື່ອຮັບໃຊ້ການຂົນສົ່ງຜູ້ໂດຍສານໃນໄລຍະບຸນກຸດຈີນໃຫ້ດີ ແລະ ເຮັດໃຫ້ຜູ້ໂດຍສານມີປະສົບການທີ່ດີກວ່າເກົ່າໃນເວລາອອກເດີນທາງ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສາຂາຄຸນໝິງໄດ້ເປີດໃຫ້ບໍລິການຕ່າງໆກ່ຽວກັບການໂດຍສານ, ການຜ່ານດ່ານ, ການສື່ສານ, ການປິ່ນປົວ ແລະອື່ນໆ ຢູ່ໃນສະຖານີຕ່າງໆຕາມທາງລົດໄຟຈີນ-ລາວຕອນຢູ່ປະເທດຈີນ ເພື່ອໃຫ້ການບໍລິການທີ່ສະດວກ ແລະ ມີຄວາມເອົາໃຈໃສ່ຜູ້ໂດຍສານຫຼາຍກວ່າເກົ່າ. ຢູ່ໃນຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວ ໄດ້ຈັດສັນພະນັກງານທີ່ສາມາດເວົ້າພາສາລາວ, ພາສາອັງກິດ ແລະ ພາສາຊົນເຜົ່າ ເພື່ອກະຈາຍສຽງການປະຊາສຳພັນດ້ວຍພາສາຈີນ, ພາສາລາວ ແລະ ພາສາອັງກິດ, ພ້ອມທັງຕິດຕັ້ງອຸປະກອນທີ່ສາມາດຊ່ວຍແປໄດ້ຫຼາຍພາສາ ເພື່ອຊ່ວຍຜູ້ໂດຍສານຕ່າງປະເທດ ແລະ ຜູ້ໂດຍສານຊົນເຜົ່າຂຽນບັດແຈ້ງເຂົ້າເມືອງ.

ເພື່ອຫຼຸດເວລາການເດີນທາງ ແລະ ເວລາການຜ່ານດ່ານໃຫ້ຜູ້ໂດຍສານ, ທາງລົດໄຟຈີນ-ລາວໄດ້ນຳໃຊ້ແຜນການແລ່ນຂະບວນລົດໄຟສະບັບໃໝ່, ເວລາການຜ່ານດ່ານໄດ້ຫຼຸດລົງຈາກ 3 ຊົ່ວໂມງໃນເມື່ອກ່ອນເປັນ 2 ຊົ່ວໂມງໃນປັດຈຸບັນ, ການເດີນທາງຈາກສະຖານີຄຸນໝິງໃຕ້ໄປຫາສະຖານີນະຄອນຫຼວງວຽງຈັນຂອງລາວ ໄດ້ຫຼຸດລົງຈາກ 10 ຊົ່ວໂມງ 30 ນາທີໃນເມື່ອກ່ອນເປັນ 9 ຊົ່ວໂມງ 26 ນາທີໃນປັດຈຸບັນ ເຊິ່ງໄດ້ຫຼຸດລົງ 1 ຊົ່ວໂມງປາຍ, ເຮັດໃຫ້ຜູ້ໂດຍສານສາມາດກິນເຂົ້າປຸ້ນຢູ່ຄຸນໝິງໃນຕອນເຊົ້າ ແລະ ກໍໄດ້ກິນກາເຟຢູ່ລາວໃນຕອນແລງໄດ້ເລີຍ.

ເພື່ອສ້າງຄວາມສະດວກດ້ານການຊື້ປີ້ໃຫ້ແກ່ຜູ້ໂດຍສານ, LCR Ticket ທີ່ເປັນ APP ຂາຍປີ້ທາງການຂອງທາງລົດໄຟຈີນ-ລາວ ໄດ້ເພີ່ມຊ່ອງທາງລົງທະບຽນດ້ວຍເບີໂທລະສັບ ເຊິ່ງລູກຄ້າສາມາດລົງທະບຽນດ້ວຍເບີໂທລະສັບຂອງລາວ, ຈີນ ແລະ ໄທໄດ້, ພ້ອມກັນນັ້ນ, ລູກຄ້າສາກົນຍັງສາມາດລົງທະບຽນດ້ວຍອີແມວ ແລະ ຊຳລະດ້ວຍ MasterCard. ນອກນີ້, ຍັງໄດ້ເພີ່ມຫຼາຍຊ່ອງທາງໂຫຼດ LCR Ticket, ລູກຄ້າສາມາດໂຫຼດ APP ດັ່ງກ່າວຜ່ານທາງ Apple Store Google Play store, APP store ຂອງ Huawei, Samsung, Xiaomi, Oppo, Vivo ແລະອື່ນໆ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື: ເມື່ອເປັນວັນບຸນທີ່ສຳຄັນ, ບາງເທື່ອຢູ່ໃນຂະບວນລົດໄຟຂອງທາງລົດໄຟຈີນ-ລາວຍັງໄດ້ຈັດການສະແດງສິລະປະຕື່ມອີກ, ເຮັດໃຫ້ການເດີນທາງຂອງຜູ້ໂດຍສານມີປະສົບການທີ່ດີງາມກວ່າເກົ່າອີກ. ກ່ອນໜ້ານີ້ບໍ່ດົນ, ໃນໂອກາດທີ່ບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ໃນຂະບວນລົດໄຟລ້ານຊ້າງລາວ-ຈີນຈາກນະຄອນຫຼວງວຽງຈັນຫາຫຼວງພະບາງ ໄດ້ຈັດຄອນເສີດຕ້ອນຮັບບຸນກຸດຈີນ ເຊິ່ງໄດ້ສ້າງບັນຍາກາດຢ່າງເບີກບານມ່ວນຊື່ນຢູ່ໃນຕູ້ຂະບວນລົດໄຟ.

ມາດຕະການບໍລິການທີ່ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງຂອງທາງລົດໄຟຈີນ-ລາວບໍ່ພຽງແຕ່ໄດ້ສ້າງຄວາມອົບອຸ່ນໃຈໃຫ້ກັບຜູ້ໂດຍສານເທົ່ານັ້ນ, ຍັງໄດ້ເຮັດໃຫ້ການຂີ່ລົດໄຟຈີນ-ລາວເມືອບ້ານສະຫຼອງບຸນກຸດຈີນກາຍເປັນກະແສນິຍົມໃໝ່. ເຊື່ອວ່າໃນບຸນກຸດຈີນທີ່ໃກ້ຈະໝູນວຽນມາເຖິງ ຈະມີຜູ້ໂດຍສານທີ່ຫຼາຍກວ່າເກົ່າໄດ້ສຳຜັດກັບການບໍລິການທີ່ອົບອຸ່ນຂອງທາງລົດໄຟຈີນ-ລາວ.