ຖ້າຢາກແກ້ໄຂວິກິດການເຟັນຕານິວ ອາເມຣິກາຄວນແກ້ໄຂບັນຫາທີ່ເປັນຊ່ອງຫວ່າງດ້ານລະບຽບການຂອງຕົນ

2024-02-01 15:47:02 CRI


ກ່ຽວກັບເລື່ອງທີ່ຜູ້ຮັບຜິດຊອບຂອງຄະນະກຳມະການປາບປາມຢາເສບຕິດແຫ່ງຊາດຈີນພົບປະກັບຄະນະຜູ້ແທນປາບປາມຢາເສບຕິດອາເມຣິກາຢູ່ທີ່ນະຄອນຫຼວງປັກກິ່ງໃນວັນທີ 30 ມັງກອນແລ້ວນີ້, ຂ່າວສານອາເປອາເມຣິກາວິເຄາະວ່າ: “ເນື່ອງໃນໂອກາດທີ່ຈີນ ແລະ ອາເມຣິກາທົດລອງຮ່ວມກັນເພື່ອຮັກສາການພົວພັນສອງຝ່າຍໃຫ້ດີກວ່າເກົ່າ, ກອງປະຊຸມຄັ້ງນີ້ໄດ້ສົ່ງສັນຍານຂອງກັນຮ່ວມມືຢ່າງຕັ້ງໜ້າ.”


ມື້ດຽວກັນ, ໜ່ວຍງານການຮ່ວມມືປາບປາມຢາເສບຕິດຈີນ-ອາເມຣິກາໄດ້ເລີ່ມປະຕິບັດວຽກງານຢ່າງເປັນທາງການ, ເຊິ່ງເປັນມາດຕະການສຳຄັນໃນການຈັດຕັ້ງປະຕິບັດໝາກຜົນແຫ່ງການພົບປະກັນລະຫວ່າງປະມຸກລັດສອງປະເທດຈີນ-ອາເມຣິກາຢູ່ຊານຟຣານຊິສໂກ. ໃນຊຸມປີຜ່ານມາ, ການຮ່ວມມືດ້ານການປາບປາມຢາເສບຕິດກັບຈີນໄດ້ກາຍເປັນຫົວຂໍ້ສຳຄັນທີ່ຝ່າຍອາເມຣິກາອອກແຮງຊຸກຍູ້. ນີ້ມີການພົວພັນຢ່າງໃກ້ຊິດກັບບັນຫາທີ່ສານປະເພດເຟນຕານິວເສຍການຄວບຄຸມໃນສັງຄົມອາເມຣິກາ. ອີງຕາມຂໍ້ມູນທີ່ອົງການປາບປາມປາເສບຕິດອາເມຣິກາເຜີຍແຜ່ໃນຫວ່າງກ່ອນນີ້ບໍ່ດົນສະແດງໃຫ້ເຫັນວ່າ, ເຟນຕານິວໄດ້ກາຍເປັນສາເຫດຕົ້ນຕໍທີ່ເສຍຊີວິດຂອງຄົນອາເມຣິກາ ທີ່ມີອາຍຸລະຫວ່າງ 18 ປີ ຫາ 45 ປີ, ເປັນ “ໄພຂົ່ມຂູ່ດ້ານ ຢາເສບຕິດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງອາເມຣິກາ”.


ສິ່ງທີ່ຕ້ອງຊີ້ອອກນັ້ນຄື, ໃນຖານະເປັນປະເທດທີ່ມີບັນຫາເຟນຕານິວພົ້ນເດັ່ນທີ່ສຸດໃນທົ່ວໂລກ, ມາຮອດປັດຈຸບັນ ອາເມຣິກາຍັງບໍ່ທັນຄວບຄຸມສານປະເພດເຟນຕານິວຢ່າງເປັນທາງການເທື່ອ. ເມື່ອສັງເກດເບິ່ງຈາກດ້ານນີ້ແລ້ວ, ການຮ່ວມມືປາບປາມຢາເສບຕິດລະຫວ່າງຈີນ ແລະ ອາເມຣິກາ, ຈະພຽງແຕ່ສາມາດຊ່ວຍເຫຼືອອາເມຣິກາສ້າງເງື່ອນໄຂພາຍນອກເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເທົ່ານັ້ນ, ຖ້າຢາກແກ້ໄຂວິກິດການເຟັນຕານິວຢ່າງແທ້ຈິງ, ອາເມຣິກາຍັງຕ້ອງຊອກຫາສາເຫດຂອງຕົນເອງ, ແກ້ໄຂບັນຫາທີ່ເປັນຊ່ອງຫວ່າງດ້ານລະບຽບການ, ແລະໃຊ້ມາດຕະການຢ່າງແຂງແຮງ.